ພະນັກງານໂຄສະນາຂອງທ່າກໍາປັ່ນທະຫານ ໄຊງ່ອນ ໄດ້ສື່ສານ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ; ທະຫານເຮືອປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ; ສະພາບການທະເລຕາເວັນອອກໃນໄລຍະມໍ່ໆມານີ້, ທັດສະນະຂອງພັກ, ລັດໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ; ຄວາມຮັບຜິດຊອບຂອງປະຊາຊົນ, ກໍາລັງປະກອບອາວຸດໃນການຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໃນປະຈຸບັນ.

leftcenterrightdel
ບັນດານັກຮົບເຮັດໜ້າທີ່ເວນຍາມຢູ່ທະເລ, ໝູ່ເກາະຂອງປະເທດຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາການເຄື່ອນໄຫວໂຄສະນາເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮຽນໃນບໍລິເວນແຂວງກ່ຽວກັບທະເລ, ໝູ່ເກາະ. ຜ່ານນັ້ນ, ບັນດານ້ອງນັກຮຽນໄດ້ປຸກລຸກນໍ້າໃຈເອກອ້າງທະນົງໃຈຕໍ່ຊາດ, ນໍ້າໃຈຮັກແພງບ້ານເກີດເມືອງນອນປະເທດຊາດ, ມີຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະປະເທດຊາດ, ສະໝັກລົງທະບຽນເຂົ້າຮ່ວມການເສັງເຂົ້າວິທະຍາຄານທະຫານເຮືອກວ່າອີກ ແລະບັນດາພື້ນຖານບໍາລຸງສ້າງວິຊາສະເພາະດ້ານເຕັກນິກເພື່ອຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ສູ້ຊົນກາຍເປັນນາຍ ແລະພົນທະຫານ, ປະກອບສ່ວນສ້າງສາເຫຼົ່າທັບເຮືອ.

 

ແປໂດຍ: ເກື່ອງດັ້ງ