ລາຍການລວມມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງຄື; ການຢ້ຽມຢາມ, ມອບຂອງຂວັນໃຫ້ 7 ກົມກອງກໍາລັງປະກອບອາວຸດ, 40 ຄອບຄົວເປົ້າໝາຍນະໂຍບາຍ, ຊາວປະມົງທີ່ປະສົບກັບຄວາມທຸກຍາກໃນບໍລິເວນທ້ອງຖິ່ນ, ມອບ 27 ທຶນສຶກສາໃຫ້ບັນດາລູກນ້ອງຂອງພະນັກງານ, ນັກຮົບແຕ່ຮຽນເກັ່ງ, ມອບປື້ມ 5.500 ຫົວ, ຂອງຂວັນ 50 ພູດ ແລະລົດຖິບ 16 ຄັນໃຫ້ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງ; ໂຄສະນາທະເລໝູ່ເກາະໃຫ້ພະນັກງານທີ່ເປັນສະມາຊິກພັກ, ຊາວປະມົງ; ແຈກໃບປິວ, ມອບທຸງຊາດ, ຖົງຢາ; ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ເມືອງເກາະເກືອບ 200 ຄົນ...

leftcenterrightdel
ບັນດານັກຮົບຕໍາຫຼວດທະເລສົ່ງຂອງຂວັນໄປຍັງໝູ່ເກາະ. ພາບ: qdnd.vn.

ຕອນຄໍ່າວັນດຽວກັນ, ກໍ່ໄດ້ດໍາເນີນລາຍການສິລະປະ “ປະເທດຊາດສັງເກດຈາກທະເລ” ດ້ວຍການເຂົ້າຮ່ວມຂອງ 18 ອົງການ, ກົມກອງ, ວິສາຫະກິດຮ່ວມເດີນທາງ. ບັນດາລາຍການສິລະປະມີຫົວຂໍ້: ຍ້ອງຍໍຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ມີສະຕິປົກປັກຮັກສາອະທິປະໄຕທະເລໝູ່ເກາະທີ່ສັກສິດຂອງປະເທດຊາດ; ຮູບພາບທະຫານທະເລທີ່ໜຸ່ມແໜ້ນແຕ່ສະຫງ່າອົງອາດຢູ່ເຂດຟອງໃຫຍ່ລົມແຮງ.

ບັນດາການເຄື່ອນໄຫວໃນຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງເມືອງເກາະ” ຢູ່ເມືອງເກາະ ລີ້ເຊີນ ຈະດໍາເນີນຮອດວັນທີ 26 ມີນາ.

 

ແປໂດຍ: ເກື່ອງດັ້ງ