ເພື່ອແນໃສ່ຫັນການເຄື່ອນໄຫວໂຄສະນາກ່ຽວກັບທະເລ, ໝູ່ເກາະເປັນລະອຽດຕາມລາຍການ “ເຈື່ອງຊາ ສີຂຽວ” ໂດຍສູນກາງຊາວໜຸ່ມ ແລະກອງບັນຊາການເຫຼົ່າທັບເຮືອສົມທົບກັນຈັດຕັ້ງ, ເພື່ອສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ແລະເດືອນຊາວໜຸ່ມ 2018, ສະໂມສອນໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ (ສູນກາງຊາວໜຸ່ມ) ສົມທົບກັບຫໍພິພິທະພັນໄວໜຸ່ມຫວຽດນາມ ແລະບັນດາຮາກຖານຄະນະຊາວໜຸ່ມຈັດຕັ້ງງານວາງສະແດງຮູບພາບດ້ວຍຫົວຂໍ້ວ່າ “ພະລັງຊີວິດເຈື່ອງຊາ-ສີສັນໄວໜຸ່ມ” ຢູ່ບັນດາແຂວງ, ນະຄອນ: ຮ່າໂນ້ຍ, ຮືງອຽນ, ເລີມດົງ.

ງານວາງສະແດງໄດ້ແນະນໍາຮູບພາບ 150 ແຜ່ນ, ສ່ອງແສງຢ່າງມີຊີວິດຊີວາເຖິງການເຄື່ອນໄຫວທຸກດ້ານ, ການດໍາລົງຊີວິດຂອງພະນັກງານ, ນັກຮົບ, ປະຊາຊົນ ຢູ່ ເຈື່ອງຊາ, ຮ້ານເວນຍາມ DK1 ແລະບັນດາກໍາລັງປະຕິບັດໜ້າທີ່ຢູ່ທະເລໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະສັກກາລະບູຊາຂອງປະເທດຊາດໄວ້ຢ່າງໝັ້ນຄົງ. ງານວາງສະແດງຍັງແນະນຳບັນດາຮູບພາບໄວໜຸ່ມທົ່ວປະເທດກະທໍາມຸ່ງໄປສູ່ ເຈື່ອງຊາ, ປະຈັນບານໃນບັນດາການເຄື່ອນໄຫວອາສາສະໝັກ ເພື່ອຜົນປະໂຫຍດຂອງປະຊາຄົມ; ແນະນໍາແຜນທີ່ “ຄວາມເອກອ້າງທະນົງໃຈເຂດທະເລ, ໝູ່ເກາະຫວຽດນາມ” ດ້ວຍທຸງຊາດ 33 ຜືນ ຈາກ 33 ເກາະ ຢູ່ ເຈື່ອງຊາ, ທຸງຊາດ 15 ຜືນ ຈາກ 15 ຮ້ານເວນຍາມ DK1 ຢູ່ ໄຫຼ່ທະວີບພາກໃຕ້...

ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຢູ່ງານວາງສະແດງ.

leftcenterrightdel
                      "ປະເທດຊາດທີ່ເບິ່ງຈາກທະເລ". ພາບ: ຈ້ອງຖ໋ຽດ.
leftcenterrightdel
          "ດອກເໝີຍມອບໃຫ້ແມ່ໃນລະດູບານໃໝ່ນີ້". ພາບ: ເຈີ່ນແທ່ງ.
leftcenterrightdel
           "ບ້ານເກີດເມືອງນອນຂອງນ້ອງຢູ່ເຈື່ອງຊາ". ພາບ: ຫງວຽນຫວຽດຮຸ່ງ.
leftcenterrightdel
                    "ພະລັງໄວໜຸ່ມຢູ່ຮ້ານເວນຍາມ DK1". ພາບ: ມິຈ່າ.
leftcenterrightdel
"ຜູ້ຕາງໜ້າການນຳສູນກາງຊາວໜຸ່ມມອບເຄື່ອງກັ່ນຕອງນໍ້າ ເປັນສັນຍາລັກໃຫ້ພະນັກງານ, ນັກຮົບໝູ່ເກາະ ເຈື່ອງຊາດົງ". ພາບ: ເລເລີມ.

ແປໂດຍ: ຫງວຽນກຸກ