ຢູ່ຕາແສງຊາຍແດນ ກວາງຈຶກ, ເມືອງ ຕຸຍດຶກ, ແຂວງ ດັກນົງ, ຫ້ອງການເມືອງທະຫານເຂດ 5 ໄດ້ສົມທົບກັບກອງບັນຊາການທະຫານແຂວງ ດັກນົງ ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນທີ່ເຕັມໄປດ້ວຍນໍ້າໃຈຂອງທະຫານ ແລະປະຊາຊົນ”, ນໍາບຸນເຕັດມາໃຫ້ພໍ່ແມ່ປະຊາຊົນເຂດດິນແດນແຫ່ງວິລະຊົນ-ຖານທີ່ໝັ້ນແຫ່ງການປະຕິວັດໃນການຕໍ່ຕ້ານ.

leftcenterrightdel
ມອບຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກຊົນເຜົ່າສ່ວນໜ້ອຍຂອງຕາແສງ ກວາງຈຶກ, ເມືອງ ຕຸຍດຶກ, ແຂວງ ດັກນົງ. ພາບ: ບິ່ງດີ້ງ-ຊວນເລ

ກວາງຈຶກ ແມ່ນຕາແສງຊາຍແດນຕິດກັບແຂວງ Munđunkiri (ກໍາປູເຈຍ), ແມ່ນທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ບໍ່ພຽງແຕ່ຮ່ວມແຮງຮ່ວມໃຈກັນເບິ່ງແຍງດູແລບຸນເຕັດໃຫ້ພໍ່ແມ່ປະຊາຊົນເທົ່ານັ້ນ, ລາຍການຍັງນໍາມາເຊິ່ງບັນຍາກາດຕ້ອນຮັບລະດູບານໃໝ່ຢ່າງຄຶກຄື້ນມ່ວນຊື່ນ, ຄວາມອົບອຸ່ນແຫ່ງນໍ້າໃຈຂອງທະຫານ ແລະປະຊາຊົນດ້ວຍບັນດາການເຄື່ອນໄຫວຢ່າງອຸດົມສົມບູນ, ເຕັມໄປດ້ວຍນໍ້າໃຈໄມຕີຈິດ; ພິເສດ, ໄວໜຸ່ມບັນດາກົມກອງໄດ້ຫໍ່ເຂົ້າຕົ້ມ 160 ຄູ່ມອບໃຫ້ພໍ່ແມ່ປະຊາຊົນທຸກຍາກ. ການນໍາຫ້ອງການເມືອງກອງບັນຊາການທະຫານເຂດ 5; ຄະນະຊາວໜຸ່ມກອງທັບ, ກອງບັນຊາການທະຫານແຂວງ ດັກນົງ ຍັງໄດ້ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວທຸກຍາກ, ພວກນ້ອງນ້ອຍນັກຮຽນຊົນເຜົ່າສ່ວນໜ້ອຍແຕ່ຮຽນເກັ່ງ.

ຫ້ອງການເມືອງທະຫານເຂດ 5 ມອບ “ເຮືອນ 100 ດົ່ງ”, ໃຫ້ຄອບຄົວທະຫານປະສົບກັບຄວາມຫຍຸ້ງຍາກ 2 ຄອບຄົວ, ເຮືອນແຕ່ລະຫຼັງມີມູນຄ່າ 70 ລ້ານດົ່ງໄດ້ຫັກຈາກແຫຼ່ງເງິນໜູນຊ່ວຍຂອງທະຫານເຂດ 5. ຜູ້ບັນຊາການບັນດາກົມກອງຍັງໄປແຕ່ລະບ້ານ, ແຕ່ລະຄອບຄົວເພື່ອຢ້ຽມຢາມຖາມຂ່າວ, ມອບຂອງຂວັນບຸນເຕັດ ແລະເຂົ້າຕົ້ມໃຫ້ພໍ່ແມ່ປະຊາຊົນທີ່ເຈັບປ່ວຍ. ທ່ານພັນເອກພິເສດ ເຈິ່ນທຽນແກງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ດັກນົງ ໃຫ້ຮູ້ວ່າ, ໃນໂອກາດນີ້, ບັນດາກົມກອງທີ່ໄດ້ຈັດຕັ້ງລາຍການມອບຂອງຂວັນ 796 ພູດ, ຂອງຂວັນແຕ່ລະພູດມີມູນຄ່າ 500.000 ດົ່ງ ແລະເຂົ້າຕົ້ມ 500 ຄູ່ໃຫ້ປະຊາຊົນເຜົ່າສ່ວນໜ້ອຍ ແລະນັກຮຽນທຸກຍາກແຕ່ຮຽນເກັ່ງຂອງຕາແສງ ກວາງຈຶກ.

ແປໂດຍ: ກວຽດເຕີມ