ຢູ່ທີ່ນີ້, ຜູ້ຕາງໜ້າບັນດາແຂວງ, ນະຄອນໄດ້ຢື້ຢາມຖາມຂ່າວຊີວິດການເປັນຢູ່, ການດໍາເນີນຊີວິດ, ວຽກງານຂອງພະນັກງານ, ນັກຮົບທີ່ພວມເຮັດວຽກຢູ່ເກາະ. ຄະນະປະຕິບັດງານໄດ້ລະດົມກໍາລັງໃຈ, ແບ່ງປັນຄວາມຫຍຸ້ງຍາກ; ພ້ອມທັງມອບຂອງຂວັນເຊິ່ງລວມມີທັງເງິນສົດ, ເຂົ້າໜົມ... ເພື່ອໜູນຊ່ວຍພະນັກງານ, ນັກຮົບມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນໃນລະດູບານໃໝ່.

leftcenterrightdel
ຄະນະປະຕິບັດງານປ່ຽນມາຂີ່ເຮືອນ້ອຍເພື່ອໄປເກາະ ຮ່ອນຄວາຍ. ພາບ: ທູຮ່າ-ຮວ່າງເຍື໊ອງ.

ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຈາກເຂດດິນຕໍ່ແຜ່ນ, ພະນັກງານ, ນັກຮົບທີ່ປະຕິບັດວຽກງານຢູ່ທີ່ນີ້ມີຄວາມປິຕິຊົມຊື່ນ, ສະແດງຄວາມຮູ້ບຸນຄຸນຕໍ່ອາລົມຈິດຄວາມສະໜິດສະໜົມ, ການແບ່ງປັນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນເຂດດິນຕໍ່ແຜ່ນ.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານມອບຂອງຂວັນໃຫ້ແກ່ບັນດາກົມກອງຕັ້ງທັບຢູ່ເກາະ ໂທ໊ຈູ. ພາບ: ທູຮ່າ-ຮວ່າງເຍື໊ອງ

ທ່ານພັນເອກ ຫວູ໊ວັນຈູງ, ຫົວໜ້າການເມືອງກອງພັນໃຫຍ່ 152 ໃຫ້ຮູ້ວ່າ: ເກາະ ໂທ໊ຈູ ຕິດກັບເສັ້ນທາງການເດີນທະເລສາກົນ, ແມ່ນເສັ້ນທາງຂົນສົ່ງທາງທະເລສໍາຄັນ. ດ້ວຍໜ້າທີ່ຝຶກແອບ ແລະກຽມພ້ອມສູ້ຮົບ, ກົມກອງໄດ້ພ້ອມກັບບັນດາກໍາລັງຢູ່ເກາະປົກປັກຮັກສາອະທິປະໄຕໝູ່ເກາະໄວ້ຢ່າງໝັ້ນຄົງ. ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ກົມກອງໄດ້ປະຕິບັດສຳເລັດທຸກໜ້າທີ່ໄດ້ຮັບມອບໝາຍໃນປີ 2017, ພິເສດແມ່ນໜ້າທີ່ຝຶກຊ້ອມປົກປ້ອງເກາະ, ມີການຝຶກແອບຍິງລູກປືນແທ້ໃຫ້ທົ່ວກອງທັບມາຢ້ຽມຊົມບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ.

ຕາງໜ້າພະນັກງານ, ນັກຮົບກົມກອງ, ທ່ານຮ້ອຍເອກ ຫງວຽນຍືກຸຍ, ຫົວໜ້າການເມືອງ ສະຖານີຣາດາ 610 ຂອບໃຈຄະນະປະຕິບັດງານໄດ້ “ນໍາລະດູບານໃໝ່” ມາໃຫ້ກ່ອນ, ຊ່ວຍພະນັກງານ, ນັກຮົບບັນດາກົມກອງມີກຳລັງໜູນຕື່ມອີກເພື່ອປະຕິບັດສຳເລັດໜ້າທີ່ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

leftcenterrightdel
ຄະນະປະຕິບັດງານຍ່າງເກືອບ 4 ກິໂລແມັດ ເພື່ອໄປເຖິງສະຖານີຣາດາ 595 ຢູ່ເກາະຮ່ອນຄວາຍ. ພາບ: ທູຮ່າ-ຮວ່າງເຍື໊ອງ

ກ່ອນໜ້ານັ້ນ,  ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບ ແລະປະຊາຊົນຢູ່ບັນດາເກາະ ຟຸກ໋ວກ, ນາມຢູ, ຮ່ອນດົ໋ກ, ຮ່ອນຈ໋ວຍ ແລະຮ່ອນຄວາຍ.

 

ແປໂດຍ: ເຈິ່ນຮວ່ຽນ