ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນຕີ ເຈີ່ນວັນຟູ໋ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານເມືອງ Ea Sup ຊີ້ແຈ້ງວ່າ: ໃນໄລຍະ 2012-2017, ຄະນະພັກ, ກອງບັນຊາການທະຫານເມືອງ ໄດ້ເປັນເສນາທິການໃຫ້ຄະນະພັກເມືອງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນເມືອງ ຜັນຂະຫຍາຍການປະຕິບັດມະຕິ ເລກທີ 28-NQ/TW ລົງວັນທີ 25 ຕຸລາ 2013 ຂອງກົມການເມືອງ (ຊຸດທີ XI) ກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ສ້າງແຜນຮ່າງ 1079/ĐA-UBND ກ່ຽວກັບການຮັບປະກັນດ້ານປ້ອງກັນຊາດ ໄລຍະ 2016-2020, ກໍານົດທິດຮອດປີ 2030. ບົນພື້ນຖານນັ້ນ, ລົງທຶນກໍ່ສ້າງກໍາລັງບົ່ມຊ້ອນໃນເຂດປ້ອງກັນ, ກິດຈະກຳປ້ອງກັນ, ສູ້ຮົບ, ຊື້ອຸປະກອນຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນຊາດຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ພ້ອມກັນນັ້ນ, ກອງບັນຊາການທະຫານເມືອງ ກໍ່ເປັນເສນາທິການໃຫ້ຄະນະພັກເມືອງ, ຄະນະກຳມະການປະຊາຊົນເມືອງ ຊີ້ນໍາ, ນໍາພາການຝຶກຊ້ອມເຂດປ້ອງກັນ, ນຳໃຊ້ກົນໄກຕາມມະຕິ ເລກທີ 28-NQ/TW, ສໍາລັບຂັ້ນເມືອງ ແລະຝຶກຊ້ອມຕໍ່ສູ້ຮັກສາຄວາມສະຫງົບໃຫ້ແກ່ 10 ຕາແສງ, ເທດສະບານເມືອງ ໃຫ້ບັນລຸໝາກຜົນດີສົມຄວນຂຶ້ນໄປ, ຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະອາວຸດຍຸດໂທປະກອນຢ່າງເດັດຂາດ. 

ທ່ານພັນເອກ ຫງວຽນຈ໊າຍ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ ຢືນຢັນວ່າ, ມາຮອດປັດຈຸບັນ, Ea Sup ໄດ້ກໍ່ສ້າງກໍາລັງທະຫານລາດປ້ອງກັນຕົວ ແລະກໍາລັງສໍາຮອງຮັບປະກັນທາງດ້ານຈໍານວນ, ຍົກສູງຄຸນນະພາບ ແລະຄວາມ ເຊື່ອໝັ້ນ.

leftcenterrightdel
ພະນັກງານ, ນັກຮົບກອງຮ້ອຍທະຫານບົກທີ 2 (ກອງບັນຊາການທະຫານເມືອງ Ea Sup) ຝຶກຊ້ອມກຽມພ້ອມສູ້ຮົບ. ພາບ: ບິ່ງດິ້ງ.

ວຽກງານບໍາລຸງສ້າງ, ສຶກສາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ບັນດາເປົ້າໝາຍບັນລຸໄດ້ 100%; ການຄຸ້ມຄອງລັດກ່ຽວກັບການປ້ອງກັນຊາດ ໄດ້ຮັບການເພີ່ມທະວີ, ໂດຍສະເພາະແມ່ນຍາມໃດກໍ່ເບິ່ງແຍງດູແລກໍ່ສ້າງຕາແສງ, ເທດສະບານເມືອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ. ແຕ່ລະປີ, ໃນການຝຶກແອບ, ຝຶກຊ້ອມ, ເມືອງ Ea Sup ຍາມໃດກໍ່ເສີມຂະຫຍາຍບົດບາດ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ໂດຍສະເພາະແມ່ນຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ສະມາຄົມນັກຮົບເກົ່າ. ສໍາລັບບັນດາຕາແສງຊາຍແດນຄື: Ia Rve, Ia Lop ແລະ Ea Bung, ກໍາລັງທະຫານລາດປະຈໍາການສົມທົບກັບ ທະຫານປ້ອງກັນຊາຍແດນ ລາດຕະເວນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນປະຈຳ; ສົມທົບກັບຕໍາຫຼວດ, ຜູ້ກວດກາປ່າໄມ້ ຮັກສາຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນການທໍາລາຍປ່າ.... ກໍາລັງປະກອບອາວຸດເມືອງ Ea Sup ເປັນເຈົ້າການສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ບໍ່ປະໃຫ້ບັນດາກໍາລັງທີ່ເປັນປໍລະປັກສວຍໂອກາດຕ້ານທໍາລາຍ, ກໍ່ສ້າງເມືອງ Ea Sup ໃຫ້ມີຄວາມໝັ້ນຄົງ ແລະພັດທະນາຮອບດ້ານ.

 

ແປໂດຍ: ຮວ່າງເຈື່ອງ