ນີ້ແມ່ນສະຖານທີ່ສຸດທ້າຍໃນການເດີນທະເລໄປຢ້ຽມຢາມ, ກວດກາ, ອວຍພອນບຸນເຕັດຂອງຄະນະປະຕິບັດງານຢູ່ຮ້ານເວນຍາມ DK1 ແລະເມືອງເກາະ ໂກນດາວ. ທີ່ການເຮັດວຽກ, ທ່ານພັນໂທ ເຈືອງວັນຖຸຍ, ຜູ້ບັນຊາການຮ້ານເວນຍາມ DK1/10 ໄດ້ລາຍງານໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການ ແລະໝາກຜົນແຫ່ງການປະຕິບັດໜ້າທີ່ຂອງກົມກອງໃນປີ 2017 ກໍ່ຄືວາງອອກໜ້າທີ່ໃນປີ 2018.

ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກພິເສດ ຫງວຽນແອງຕ໋ວນ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງບັນດາພະນັກງານ, ນັກຮົບຮ້ານເວນຍາມ DK1/10 ບັນລຸໄດ້; ອວຍພອນພະນັກງານ, ນັກຮົບຮ້ານເວນຍາມຕ້ອນຮັບບຸນປີໃໝ່ປະຈໍາຊາດປີຈໍ 2018 ຢ່າງເບີກບານມ່ວນຊື່ນ, ປອດໄພ, ປະຢັດ; ພ້ອມທັງໃສ່ໃຈວ່າໃນໄລຍະຈະມາເຖິງ, ກົມກອງສືບຕໍ່ສຸມໃສ່ປະຕິບັດໜ້າທີ່ຝຶກຊ້ອມກຽມພ້ອມສູ້ຮົບ, ກໍ່ສ້າງລະບຽບແບບແຜນ, ຮັບປະກັນການເວນຍາມຢ່າງເຂັ້ມງວດ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດໄວ້ຢ່າງໝັ້ນຄົງ ແລະແມ່ນບ່ອນອີງທີ່ໝັ້ນຄົງເຂັ້ມແຂງ ເພື່ອໃຫ້ຊາວປະມົງອຸ່ນອ່ຽງໃຈອອກໄປຫາປາໄກຝັ່ງ...

ຫຼັງຈາກນັ້ນ, ທ່ານພັນເອກພິເສດ ຫງວຽນແອງຕ໋ວນ ແລະບັນດາສະມາຊິກໃນຄະນະໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບຮ້ານເວນຍາມ DK1/10. ໃນບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ພະນັກງານ, ນັກຮົບຮ້ານເວນຍາມໄດ້ຕົບແຕ່ງປະດັບປະດາຫ້ອງການ ແລະພົບປະແລກປ່ຽນສິລະປະກັບຄະນະປະຕິບັດງານ.

leftcenterrightdel
                 ເຄື່ອນຍ້າຍຂອງຂວັນໄປໃສ່ກໍາປັ່ນຂອງຊາວປະມົງ. ພາບ: ວັນຮ່ຽວ
leftcenterrightdel
                             ການເຮັດວຽກຂອງຄະນະ. ພາບ: ວັນຮ່ຽວ
leftcenterrightdel
  ຄະນະປະຕິບັດງານເຮັດວຽກກັບຜູ້ບັນຊາການຮ້ານເວນຍາມ. ພາບ: ວັນຮ່ຽວ
leftcenterrightdel
ທ່ານພັນເອກພິເສດ ຫງວຽນແອງຕ໋ວນ ມອບຂອງຂວັນໃຫ້ພະນັກງານ, ນັກຮົບຮ້ານເວນຍາມ DK1/10. ພາບ: ວັນຮ່ຽວ

ແປໂດຍ: ກວຽດເຕີມ