ຕອນເຊົ້າວັນທີ 23 ມັງກອນ, ຢູ່ທ່າກໍາປັ່ນທະຫານກາມແຣງ (ແຂວງ ແຄ໋ງຮວ່າ), ບັນດາກໍາປັ່ນນຳຄະນະປະຕິບັດງານ, ພ້ອມກັບນັກຂ່າວບັນດາອົງການສື່ມວນຊົນໄປຢ້ຽມຢາມ, ອວຍພອນປີໃໝ່ທະຫານ ແລະປະຊາຊົນໝູ່ເກາະ ເຈື່ອງຊາ ໄດ້ກັບມາເຖິງເຂດດິນຕໍ່ແຜ່ນຖືກຕ້ອງຕາມແຜນການ ແລະຮັບປະກັນຄວາມປອດໄພໃນທຸກດ້ານ.

ພາຍຫຼັງເກືອບ 20 ວັນ, ຄະນະໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະປະຊາຊົນຢູ່ບັນດາເກາະ; ນໍາສິນຄ້າທີ່ຈຳເປັນໃນການດຳລົງຊີວິດປະຈຳວັນຮັບໃຊ້ທະຫານ ແລະປະຊາຊົນໝູ່ເກາະ ເຈື່ອງຊາ ຕ້ອນຮັບປີໃໝ່ປະຈໍາຊາດປີຈໍ 2018.

ໃນການເດີນທາງຄັ້ງນີ້, ການນໍາ, ຜູ້ບັນຊາການກອງພົນນ້ອຍ 146 ແລະກອງບັນຊາການທະຫານເຮືອເຂດ 4 ກໍ່ນໍາສິນຄ້າຫຼາຍຊະນິດ, ອຸປະກອນຮັບໃຊ້ໃນການດຳລົງຊີວິດປະຈໍາວັນຂອງທະຫານ ແລະລະດົມກໍາລັງໃຈພະນັກງານ, ນັກຮົບຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກພາຍຸລູກທີ 16 ຜ່ານມາ, ເຮັດໃຫ້ຊີວິດການເປັນຢູ່, ການຝຶກແອບ, ກຽມພ້້ອມສູ້ຮົບເປັນປົກກະຕິໂດຍໄວ.

ເມື່ອອຳລາທະຫານ ແລະປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ, ບັນດາສະມາຊິກໃນຄະນະປະຕິບັດງານໄດ້ສົ່ງຄໍາອວຍພອນອັນປະເສີດເຖິງທະຫານ ແລະປະຊາຊົນໃນເກາະຕ້ອນຮັບປີໃໝ່ປະຈໍາຊາດປີຈໍ ຢ່າງເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງດີ, ມີຄວາມຜາສຸກ ແລະເຕັມໄປດ້ວຍນໍ້າໃຈອັນອົບອຸ່ນຂອງທະຫານ ແລະປະຊາຊົນ; ຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວກັນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ທີ່ສັກສິດຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

leftcenterrightdel
ຄະນະປະຕິບັດງານພ້ອມກັບທະຫານ ແລະປະຊາຊົນຢູ່ເກາະ ເຈື່ອງຊາ ໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ຫງວຽນວັນແຮ້ງ
leftcenterrightdel
          ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບ ເຈື່ອງຊາ. ພາບ: ຫງວຽນວັນແຮ້ງ
leftcenterrightdel
          ປະດັບປະດາຕົ້ນໝາກແປ້ນທີ່ເຂດດິນຕໍ່ແຜ່ນມອບໃຫ້. ພາບ: ຫງວຽນວັນແຮ້ງ
leftcenterrightdel
        ທະຫານ ແລະປະຊາຊົນຢູ່ເກາະ ເຈື່ອງຊາ ຈັດຕັ້ງການຫໍ່ເຂົ້າຕົ້ມ. ພາບ: ຫງວຽນວັນແຮ້ງ
leftcenterrightdel
                        ລາດຕະເວນຢູ່ເກາະ ເຈື່ອງຊາດົງ. ພາບ: ຫງວຽນວັນແຮ້ງ
leftcenterrightdel
            ຄວາມອາໄລອາວອນໃນມື້ທີ່ອອກຈາກເກາະເຈື່ອງຊາ.  ພາບ: ຫງວຽນວັນແຮ້ງ

ແປໂດຍ: ຫງວຽນກຸກ