ໃນເວລາສອງວັນຄືວັນທີ 18 ແລະ 19 ມັງກອນ, ຄະນະປະຕິບັດງານໂດຍທ່ານພັນເອກພິເສດ ເຈີ່ນມິງທ່ວຽນ, ຮອງຫົວໜ້າກອງພັນນ້ອຍ 146 (ທະຫານເຮືອເຂດ 4) ເປັນຫົວໜ້າຄະນະພ້ອມກັບນັກຂ່າວຈາກບັນດາອົງການສື່ມວນຊົນໃນທົ່ວປະເທດກວ່າ 30 ຄົນໄດ້ມາຢ້ຽມຢາມ, ມອບຂອງຂວັນປີໃໝ່ 2018 ໃຫ້ແກ່ບັນດາພະນັກງານ, ນັກຮົບ, ປະຊາຊົນຢູ່ເກາະ ເຈື່ອງຊາໃຫຍ່, ເທດສະບານເມືອງ ເຈື່ອງຊາ, ແຂວງແຄ໋ງຮວ່າ, ຫວຽດນາມ.

leftcenterrightdel
ຂົນສົ່ງສິ່ງຂອງທີ່ຈໍາເປັນໃຫ້ແກ່ການດຳລົງຊີວິດ, ໝາກໄມ້ຈາກດິນຕໍ່ແຜ່ນໄປເກາະເຈື່ອງຊາ. ພາບ: ສໍານັກຂ່າວສານຫງວຽດນາມ

ພາຍຫຼັງເດີນທາງມາເປັນເວລາ 12 ວັນ, ຄະນະປະຕິບັດງານໄດ້ເຂົ້າທຽບທ່າກໍາປັ່ນເກາະ ເຈື່ອງຊາ ດ້ວຍຄວາມປິຕິຍິນດີຂໍ່ານັບຮັບຕ້ອນຂອງທະຫານ ແລະປະຊາຊົນເທດສະບານເມືອງ ເຈື່ອງຊາ. ລາຍງານຕໍ່ຄະນະປະຕິບັດງານ, ປະທານຄະນະກໍາມະການປະຊາຊົນເທດສະບານເມືອງ ເຈື່ອງຊາ ເລືອງກ໋ວກແອງ ໃຫ້ຮູ້ວ່າ: ປີ 2017, ພະນັກງານ, ນັກຮົບເກາະ ເຈື່ອງຊາ ໄດ້ປະຕິບັດສໍາເລັດໜ້າທີ່ການຝຶກຊ້ອມ, ເວນຍາມ, ລາດຕະເວນ, ກຽມພ້ອມປົກປັກຮັກສາເກາະເປັນຢ່າງດີ; ປະຕິບັດວຽກງານຂົນຂວາຍປະຊາຊົນ, ນໍ້າໃຈເພື່ອນຮ່ວມກົມກອງ, ທະຫານ ແລະປະຊາຊົນ. ພາຍຸລູກ 16 ຜ່ານມາໄດ້ສົ່ງຜົນສະທ້ອນເຖິງ 90% ຕົ້ນໄມ້ຂຽວໃນເກາະ, ປະກາລັງທັບຖົມຢູ່ເກາະ, ຝົນຕົກພາຍຸໄດ້ເຮັດໃຫ້ເຮືອນແກ້ວພັງທະລາຍ 3 ຫຼັງ. ເຖິງວ່າຖືກຮັບຜົນເສຍຫາຍໂດຍກົງຈາກ ພາຍຸລູກ 15, 16 ກໍ່ຕາມ, ແຕ່ພະນັກງານ, ນັກຮົບເກາະເຈື່ອງຊາ ໄດ້ຍົກສູງຈິດໃຈຮັບຜິດຊອບ, ເປັນເຈົ້າວິທີການແກ້ໄຂບັນດາຄວາມເສຍຫາຍກ່ຽວກັບທັດສະນີຍະພາບ, ຕົ້ນໄມ້, ຜັກຂຽວຢ່າງທັນການ...

ສຸກສາລາຂອງເກາະໄດ້ປະຕິບັດວຽກງານສົ່ງເສີມສຸຂະພາບປະຊາຊົນເປັນຢ່າງດີ ແລະບັນດາກໍາລັງຢູ່ເກາະຄືຈັດຕັ້ງການແຈກຢາຍຢຸກຢາ, ກວດພະຍາດໃຫ້ປະຊາຊົນກວ່າ 2.450 ເທື່ອຄົນ, ປະຖົມພະຍາບານເຖິງ 100 ກໍລະນີ; ເພີ່ມທະວີວຽກງານແກ້ໄຂຕົ້ນໄມ້ລົ້ມ, ປະກາລັງທັບຖົມບັນດາກິດຈະການ, ເຮັດໃຫ້ຊີວິດປະຊາຊົນເປັນປົກກະຕິ. ທ່ານຫົວໜ້າຄະນະປະຕິບັດງານຕີລາຄາສູງຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ບັນດາພະນັກງານ, ນັກຮົບຢູ່ເກາະໃນໄລຍະຜ່ານມາ, ພ້ອມທັງຍ້ອງຍໍຊົມເຊີຍບັນດາໝາກຜົນ ແລະຄວາມມານະພະຍາຍາມແກ້ໄຂຄວາມເສຍຫາຍໂດຍພາຍຸລູກ 16 ກໍ່ຂຶ້ນ. ປີ 2017 ພະນັກງານ, ນັກຮົບເກາະເຈື່ອງຊາ ໄດ້ຮັບການຕີລາສູງເລື່ອງຈັດຕັ້ງການຝຶກຊ້ອມ ແລະບັນລຸໄດ້ນາມມະຍົດກົມກອງຕັດສິນໃຈຍາດໄດ້ໄຊຊະນະຈາກເຫຼົ່າທັບທະຫານເຮືອເຂດ 4.

ນະທີ່ນີ້, ຂອງຂວັນຫຼາຍພູດແມ່ນສິ່ງຂອງທີ່ຈໍາເປັນໃຫ້ແກ່ການດຳລົງຊີວິດ, ໝາກໄມ້ຈາກດິນຕໍ່ແຜ່ນໂດຍຄະນະປະຕິບັດງານມອບໃຫ້ພະນັກງານ, ນັກຮົບໃນເກາະເພື່ອຕ້ອນຮັບປີໃໝ່ປີຈໍ 2018. ຄະນະປະຕິບັດງານພ້ອມກັບທະຫານ ແລະປະຊາຊົນຢູ່ເກາະໄດ້ຈັດຕັ້ງພິທີຕ້ອນຮັບປີໃໝ່ໄວກວ່າດ້ວຍບັນດາການເຄື່ອນໄຫວຄືເກັບ ດອກໄມ້, ແຂ່ງຂັນກັນຫໍ່ເຂົ້າຕົ້ມ, ປະດັບປະດາເຮືອນຊານ, ເຄົາລົບທຸງຊາດຕົ້ນປີ.

 

ແປໂດຍ: ເກື່ອງດັ້ງ