ຜູ້ຕາງໜ້າຫ້ອງການເມືອງທະຫານເຮືອເຂດ 4  ໃຫ້ຮູ້ວ່າ, ສິນຄ້າບຸນປີໃໝ່ປະຈໍາຊາດ ປີຈໍ 2018 ຮັບປະກັນໃຫ້ພະນັກງານ, ນັກຮົບ ແລະປະຊາຊົນເມືອງເກາະ ເຈື່ອງຊາ ປີນີ້ແມ່ນພຽງພໍກ່ຽວກັບປະລິມານ, ອຸດົມສົມບູນກ່ຽວກັບປະເພດ. ນອກຈາກຮັບປະກັນຕາມຂໍ້ກໍານົດແລ້ວ, ພະນັກງານ, ນັກຮົບ ແລະປະຊາຊົນ ເຈື່ອງຊາ ຍັງໄດ້ຮັບຂອງຂວັນທີ່ມີມູນຄ່າ, ມີຄວາມໝາຍຫຼາຍຢ່າງຈາກປະທານປະເທດ, ກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ, ຄະນະກໍາມະການປະຊາຊົນແຂວງ ແຄ໋ງຮວ່າ ພ້ອມກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງການເມືອງ, ສັງຄົມ, ວິສາຫະກິດ ແລະບຸກຄົນ.

leftcenterrightdel
 ພະນັກງານ, ນັກຮົບມ່ວນຊື່ນທີ່ໄດ້ເດີນທາງໄປ ເຈື່ອງຊາ ປະຕິບັດໜ້າທີ່. ພາບ: ຫວູ໊ດີ່ງດົງ

leftcenterrightdel
 ຂົນຖ່າຍຂວັນບຸນເຕັດຂຶ້ນກໍາປັ່ນໄປເຈື່ອງຊາ. ພາບ: ຫວູ໊ດີ່ງດົງ

ພິເສດ, ຮ່ວມເດີນທາງກັບບັນດາພະນັກງານ, ນັກຮົບທະຫານເຮືອເຂດ 4  ອອກ ເຈື່ອງຊາ ໃນຄັ້ງນີ້ຍັງມີນັກຂ່າວ, ນັກບັນນາທິການບັນດາອົງການສື່ມວນຊົນໃນທົ່ວປະເທດ ແລະສະມາຊິກສະໂມສອນໄວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ 105  ຄົນ.

ທີ່ການປະຊຸມກ່ອນພິທີເດີນທາງ,  ທ່ານພັນເອກພິເສດ  ຫງວຽນກົງເຊີນ, ຮອງຫົວໜ້າການເມືອງທະຫານເຮືອເຂດ 4, ຊາບຊຶມເຖິງບັນດາສະມາຊິກໃນຄະນະປະຕິບັດງານເນື້ອໃນ, ຈຸດປະສົງ ແລະບັນດາຂໍ້ກໍານົດທີ່ຄວນໃສ່ໃຈໃນການເດີນທາງຄັ້ງນີ້; ປາດຖະໜາວ່າບັນດານັກຂ່າວ, ນັກບັນນາທິການ ຈະສ່ອງແສງສະພາບຕົວຈິງກ່ຽວກັບອະທິປະໄຕທະເລໝູ່ເກາະສັກກາລະບູຊາ ຂອງປະເທດຊາດ; ວິວັດການປະຕິບັດງານ, ຊີວິດການເປັນຢູ່ ແລະບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງທະຫານ ແລະປະຊາຊົນໝູ່ເກາະ; ອາລົມຈິດອັນສຸດຈິດສຸດໃຈຂອງດິນຕໍ່ແຜ່ນສໍາລັບເຈື່ອງຊາ ແລະຂອງເຈື່ອງຊາສໍາລັບດິນຕໍ່ແຜ່ນຢ່າງມີຊີວິດຊີວາ, ມີປະສິດທິຜົນ.

ແປໂດຍ: ເຈິ່ນຮວ່ຽນ