ຄະນະໄດ້ປະຕິບັດການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງຄື: ຖະຫວາຍທູບທຽນຢູ່ບັນດາວິຫານບູຊາ, ເຂດອະນຸສາວະລີ; ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ພະນັກງານ, ນັນຮົບບັນດາກົມກອງທະຫານເຮືອ, ທະຫານປ້ອງກັນຊາຍແດນ, ກໍາລັງປະກອບອາວຸດບັນດາທ້ອງຖິ່ນ ແລະປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ນັກຮຽນທຸກຍາກແຕ່ຮຽນເກັ່ງ... ຄະນະຍັງໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະກັບທະຫານ ແລະປະຊາຊົນຢູ່ບັນດາກົມກອງ, ທ້ອງຖິ່ນ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງການເຄື່ອນໄຫວແຫ່ງສາຍຈິດມິດໃຈຂອງຄະນະປະຕິບັດງານ.

leftcenterrightdel
ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈິມິນ  ມອບຄ່າໃຊ້ຈ່າຍການກໍ່ສ້າງອ່າງບັນຈຸນໍ້າຈືດໃຫ້ກອງບັນຊາການທະຫານເຮືອເຂດ 5. ພາບ: ຫວໍ້ກວກແທງ

leftcenterrightdel
ຄະນະປະຕິບັດງານມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບ, ນັກຮຽນຢູ່ເກາະ ຮ່ອນຈ໋ວຍ (ແຂວງ ກາເມົາ). ພາບ: ຫວໍ້ກວກແທງ

leftcenterrightdel
ຄະນະປະຕິບັດງານເຂົ້າຮ່ວມການຫໍ່ເຂົ້າຕົ້ມພ້ອມກັບນັກຮົບ ແລະປະຊາຊົນຢູ່ເກາະ ນາມຢູ (ແຂວງ ກຽນຢາງ). ພາບ: ຫວໍ້ກວກແທງ

leftcenterrightdel
ການນໍານະຄອນ ໂຮ່ຈິມິນ ໄປຢ້ຽມຢາມຖາມຂ່າວປະຊາຊົນຢູ່ເກາະ ຮ່ອນດົກ (ແຂວງ ກຽນຢາງ). ພາບ: ຫວໍ້ກວກແທງ


ແປໂດຍ: ກວຽດເຕີມ