ເມື່ອມາຕາແສງ ບິ່ງເຢືອງ (ທັງບິ່ງ, ກວາງນາມ) - ດິນແດນທີ່ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນເຖິງ 3 ເທື່ອ, ຜູ້ຄົນທັງຫຼາຍຮູ້ສຶກປະທັບໃຈທີ່ສຸດຕໍ່ຮູບຈຳລອງຫຼັກໝາຍອະທິປະໄຕໃນໝູ່ເກາະ ເຈື່ອງຊາ (ເມືອງເກາະ ເຈື່ອງຊາ, ແຂວງແຄ໋ງຮວ່າ) ເຊິ່ງຕັ້ງຢູ່ຕໍ່ໜ້າບໍລິເວນສຳນັກງານຄະນະກໍາມະການປະຊາຊົນຕາແສງ.

leftcenterrightdel
   ຫຼັກໝາຍອະທິປະໄຕ ເຈື່ອງຊາຢູ່ຕາແສງ ບິ່ງເຢືອງ (ທັງບິ່ງ, ກວາງນາມ). ພາບ: ກິມເງິນ

ກິດຈະກໍາໂດຍສະມາຄົມນັກຮົບເກົ່າຕາແສງບິ່ງເຢືອງ ລະດົມການບໍລິຈາກເງິນ, ກໍ່ສ້າງຕາມແບບຫຼັກໝາຍອະທິປະໄຕໃນໝູ່ເກາະເຈື່ອງຊາ ໃຫຍ່, ກວ້າງ 1,7 ແມັດ, ສູງ 6 ແມັດ.

ໂດຍຕັ້ງຢູ່ທ່າມກາງຫາດຊາຍທະເລຂາວນັ້ນ, ກິດຈະກໍາເປັນສັນຍະລັກໃຫ້ແກ່ເຈດຈຳນົງ “ເຫຼັກກ້າ” ຂອງບ້ານເກີດເມືອງນອນວິລະຊົນ. ໃນການຕໍ່ສູ້ຕ້ານອາເມລິກາ, ຕາແສງ ບິ່ງເຢືອງ ໄດ້ຮັບຂະໜານນາມວ່າ “ດິນແດນເຫຼັກກ້າ”. ຕໍ່ໜ້າການກວາດລ້າງ, ປາບປາມຢ່າງດຸເດືອດຫຼາຍຄັ້ງຂອງສັດຕູ, ແຕ່ປະຊາຊົນ ບິ່ງເຢືອງ ຍັງເປັນຈິດໜຶ່ງໃຈດຽວຮັກສາບ້ານເກີດເມືອງນອນ, ພ້ອມກັບກໍາລັງກອງຫຼອນ, ທະຫານທ້ອງຖິ່ນຕໍ່ສູ້ຢ່າງອົງອາດກ້າແກ່ນ, ສ້າງວິລະກໍາອັນດີເດັ່ນ.

ຍ້ອນເຫດນັ້ນ, ບໍ່ວ່າແຂກຜູ້ໃດມາຢ້ຽມຢາມໝູ່ບ້ານແຄມທະເລນີ້ ກໍ່ລ້ວນແຕ່ຈັບອົກຈັບໃຈເມື່ອໄດ້ເຫັນປະຈັກຕາ, ໄດ້ຄຳຫຼັກໝາຍເຈື່ອງຊານີ້. ປະຈຸບັນ, ຫຼັກໝາຍອະທິປະໄຕຈຳລອງໃນບໍລິເວນສຳນັກງານຄະນະກໍາມະການປະຊາຊົນຕາແສງ ບິ່ງເຢືອງ ໄດ້ກາຍເປັນສະຖານທີ່ສຶກສາອົບຮົມສະຕິກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດໃຫ້ແກ່ພວກນ້ອງນ້ອຍນັກຮຽນ, ປະຊາຊົນ ແລະແຂກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ.

ທ່ານ ຟານແທງເວີນ, ປະທານຄະນະກໍາມະການປະຊາຊົນຕາແສງ ບິ່ງເຢືອງ ໃຫ້ຮູ້ຕື່ມວ່າ, ພາຍຫຼັງປະເທດໄດ້ຮັບການປົດປ່ອຍ, ດ້ວຍຈິດໃຈດຸໝັ່ນຂະຫຍັນພຽນ, ປະຊາຊົນຕາແສງ ບິ່ງເຢືອງ ໄດ້ອອກແຮງທໍາການຜະລິດ, ເຮັດໃຫ້ການດຳລົງຊີວິດເປັນປົກກະຕິ. ໃນເມື່ອກ່ອນ, ຕາແສງ ບິ່ງເຢືອງໄດ້ຮັບຖືວ່າແມ່ນເຂດບ້ານນາທີ່ທຸກຍາກ, ຫຼ້າຫຼັງ, ແຕ່ມາຮອດປະຈຸບັນໄດ້ກາຍເປັນເຂດທີ່ທີ່ມີຄວາມອຸດົມສົມບຸນ, ປະຊາຊົນດໍາລົງຊີວິດທີ່ໜາແໜ້ນ. ມີຫຼາຍຄອບຄົວໄດ້ຫຼຸດພົ້ນອອກຈາກສະພາບທຸກຍາກ, ບືນຕົວຂຶ້ນເປັນຄອບຄົວຮັ່ງມີ.

ປະຈຸບັນ, ໃນບໍລິເວນຕາແສງ ບິ່ງເຢືອງ ມີເຂດປູຊະນີຍະສະຖານປະຫວັດສາດປະຕິວັດລະດັບແຂວງ 11 ແຫ່ງຄື: ເຂດທີ່ໝັ້ນຫຼອ໊ມເບົາ ບິງຫ້າ, ຮາກຖານປະຕິວັດເຮືອນຂອງທ່ານ ຟານຕື້ວ,... ກິດຈະກໍາຫຼັກໝາຍອະທິປະໄຕເຈື່ອງຊາ ຈຳລອງບໍ່ພຽງແຕ່ແມ່ນ “ສະຖານທີ່ແດງ” ເພື່ອສຶກສາອົບຮົມນໍ້າໃຈຮັກຊາດ, ຍົກສູງຈິດໃຈ, ຄວາມຮັບຜິດຊອບຂອງບັນດາຄົນຮຸ່ນໜຸ່ມໃນການຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດເທົ່ນນັ້ນ ຫາກຍັງນໍາມາເຊິ່ງຄວາມໝາຍປຽບເໝືອນການເຊື່ອມຕໍ່ລະຫວ່າງມູນເຊື້ອອົງອາດກ້າແກ່ນ, ບໍ່ຍອມຈຳນົນຂອງບ້ານເກີດເມືອງນອນໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກດ້ວຍຈິດໃຈຮັກຊາດ, ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດໃນໄລຍະປະຈຸບັນຢ່າງຄົບຖ້ວນ.

 

ແປໂດຍ: ຫງວຽນກຸກ