ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການສາກົນ, ພາກພື້ນ, ບັນດາການຜັນແປໃໝ່ ແລະໄດ້ກະທົບໃສ່ຄວາມເປັນລະບຽບຮຽບຮ້ອຍໃນການເຄົາລົບກົດໝາຍຢູ່ທະເລຕາເວັນອອກ. ບັນດາຜູ້ແທນກໍ່ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີເພື່ອການພັດທະນາແບບຍືນຍົງໃນພາກພື້ນ; ພິຈາລະນາກ່ຽວກັບປັດໄຈຈໍານວນໜຶ່ງ ແລະວິວັດທະນາການເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາສາກົນກ່ຽວກັບທະເລຕາເວັນອອກ. ພາບ: ຮວ່າງແທ່ງ

ສ່ວນຫຼາຍນັກຮຽນຮູ້ຖືວ່າ, ປີ 2017, ສະພາບການຢູ່ທະເລຕາເວັນອອກຍັງສັບສົນ, ຄວາມແຕກຕ່າງກັນໃນຫຼັກໝັ້ນ ແລະຄວາມຮັບຮູ້ຂອງບັນດາປະເທດແມ່ນສາຍເຫດເຮັດໃຫ້ການຂັດແຍ້ງກັນຢູ່ທະເລຕາເວັນອອກສາມາດເຄັ່ງຕຶງກວ່າເກົ່າ. ນອກຈາກນັ້ນ, ສະພາບການຢູ່ທະເລຕາເວັນອອກຍັງສັບສົນກວ່າຍ້ອນການປະກົດອອກ ແລະການພັດທະນາຂອງບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານໃນພາກພື້ນ.

ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບຂົງເຂດອາຊີບຫາປາ, ຂົງເຂດຄວາມປອດໄພໃນການເດີນທະເລ ແລະການປ້ອງກັນ, ສະກັດກັ້ນການປະທະກັນຢູ່ທະເລ, ຮ່ວມມືໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດເທິງທະເລ, ກໍ່ຄືປະຕິບັດບັນດາຂໍ້ກໍານົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະບັນດາສົນທິສັນຍາກ່ຽວກັບຄວາມປອດໄພໃນການເດີນທະເລຂອງອົງການເດີນເຮືອທາງທະເລສາກົນ (IMO).

ກອງປະຊຸມສໍາມະນາສາກົນ ຄັ້ງທີ 9 ກ່ຽວກັບທະເລຕາເວັນອອກແມ່ນຄວາມມານະພະຍາຍາມທີ່ມີຄວາມໝາຍເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສາກົນເພື່ອສັນຕິພາບ, ຄວາມໝັ້ນຄົງຂອງທະເລຕາເວັນອອກ.


ແປໂດຍ: ທູຈາງ