leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຊວນຮວ່າງ

ທ່ານ ຟ້າມວັນລີງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ; ການນໍາກອງບັນຊາການທະຫານປ້ອງກັນຊາຍແດນ; ການນໍາກະຊວງອຸດສາຫະກໍາ ແລະການຄ້າ; ການນໍາຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ; ການນໍາແຂວງ ຮ່າຕິ້ງ ແລະຜູ້ແທນແມ່ນພະນັກງານຂອງ 4 ແຂວງທີ່ມີຊາຍແດນຮ່ວມກັບລາວ 350 ຄົນເຂົ້າຮ່ວມກອງປະຊຸມ.

ບັນດາຜູ້ແທນໄດ້ຮັບຟັງ ແລະແລກປ່ຽນ, ປຶກສາຫາລືກ່ຽວກັບໝາກຜົນ, ຄວາມໝາຍຂອງວຽກງານຊາຍແດນຫວຽດນາມ - ລາວ; ບັນດາຄວາມສະດວກ, ຄວາມຫຍຸ້ງຍາກ ແລະທິດທາງໃນວິວັດການປະຕິບັດບັນດາເອກະສານກົດໝາຍທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຫວຽດນາມ - ລາວ; ສະພາບການແລກປ່ຽນການຄ້າຂ້າມຊາຍແດນຫວຽດນາມ - ລາວ; ການກຳນົດທິດພັດທະນາເສດຖະກິດ - ສັງຄົມຕິດພັນກັບການປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນໃນໄລຍະຈະມາເຖິງ...

ກອງປະຊຸມຈັດຕັ້ງເພື່ອແນໃສ່ໂຄສະນາເຜີຍແຜ່ໝາກຜົນ, ຄວາມໝາຍຂອງການສໍາເລັດວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ປົກປັກຮັກສາຊາຍແດນ ແລະບັນດາເອກະສານນິຕິກໍາ, ໃນນັ້ນມີເອກະສານສອງສະບັບ “ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງ “ສສ ຫວຽດນາມ ແລະສປປ ລາວ” ແລະ ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ”.

ນີ້ແມ່ນພື້ນຖານເພື່ອກໍານົດຢ່າງຈະແຈ້ງ, ຊັດເຈນຢູ່ພູມີປະເທດຕົວຈິງ ແລະໃນບັນດາເອກະສານນິຕິກໍາຊ່ວຍບັນດາກໍາລັງເຈົ້າໜ້າທີ່ກ່ຽວຂ້ອງ ແລະປະຊາຊົນສອງຟາກຊາຍແດນຮັບຮູ້ເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດໄດ້ຢ່າງງ່າຍດາຍ ແລະແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນວຽກງານຄຸ້ມຄອງຊາຍແດນ. ຜ່ານນັ້ນປະກອບສ່ວນກໍ່ສ້າງຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບຮ່ວມມື ແລະພັດທະນາແບບຍືນຍົງ.

 

ແປໂດຍ: ກວຽດເຕີມ