ລາຍງານທີ່ການເຮັດວຽກ, ທ່ານພົນຈັດທະວາ ເຈີ່ນຮວ່າຍຈຸງ, ເລຂາຄະນະພັກ, ຫົວໜ້າການເມືອງເຫຼົ່າທັບເຮືອຊີ້ແຈ້ງວ່າ: ໂດຍຕອບສະໜອງຕາມຄໍາຮຽກຮ້ອງຂອງຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທົ່ວທັງລະບົບການເມືອງທຸກຂັ້ນໄດ້ມີການເຄື່ອນໄຫວໂຄສະນາຫຼາຍຢ່າງ, ຂົນຂວາຍ, ສະໜັບສະໜູນທະຫານ ແລະປະຊາຊົນ ເຈື່ອງຊາ ຢ່າງມີປະສິດທິຜົນ. ເຫຼົ່າທັບເຮືອໄດ້ສົມທົບຢ່າງແໜ້ນແຟ້ນກັບຄະນະປະຈໍາຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂຄສະນາ, ຂົນຂວາຍ, ຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ, ປະຊາຊົນພາຍໃນປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງ, ບົດບາດຂອງທະເລ, ໝູ່ເກາະຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ນໍ້າໃຈຂອງປະຊາຊົນທຸກຊັ້ນວັນນະຕໍ່ທະຫານ ແລະປະຊາຊົນ ເຈື່ອງຊາ...

leftcenterrightdel
ຕາງໜ້າການນໍາ 2 ຝ່າຍເຊັນລາຍການສົມທົນກັນເຄື່ອນໄຫວ. ພາບ: ຈິ້ງຢຸ໋ງ

ແຕ່ປີ 2010 ມາຮອດປັດຈຸບັນ, ອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນພາຍໃນ ແລະຕ່າງປະເທດໄດ້ສະໝັກໃຈໜູນຊ່ວຍກວ່າ 1.000 ຕື້ດົ່ງ, ປະກອບສ່ວນລົງທຶນສ້ອມແປງກວ່າ 40 ໂຄງການ; ຊື້ໃໝ່ພາຫະນະ, ອຸປະກອນຮັບໃຊ້ທະຫານ ແລະປະຊາຊົນຢູ່ເມືອງເກາະ ເຈື່ອງຊາ, ເຮືອນຮ້ານເວນຍາມ DK1. ບັນດາໂຄງການດັ່ງກ່າວໄດ້ເຮັດໃຫ້ໂສມໜ້າ, ທ່ວງທ່າຂອງ ເຈື່ອງຊາ ນັບມື້ນັບປ່ຽນແປງ; ສ້າງຄວາມເຊື່ອໝັ້ນ, ເປັນບ່ອນອີງເພື່ອໃຫ້ຊາວປະມົງບັນດາທ້ອງຖິ່ນອຸ່ນອ່ຽນໃຈທໍາມາຫາກິນ, ຕິດກັບທະເລ, ຕິດກັບສະຖານທີ່ຫາປາ, ປະກອບສ່ວນປົກປັກຮັກສາອະທິປະໄຕໝູ່ເກາະ, ທະເລຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ເພື່ອປະຕິບັດດີວຽກງານສົມທົບໃນໄລຍະໃໝ່, ຄະນະປະຈໍາຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະເຫຼົ່າທັບເຮືອໄດ້ເຫັນດີເປັນເອກະພາບເພີ່ມທະວີວຽກງານໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະນະໂຍບາຍ, ກົດໝາຍຂອງລັດ; ສອງຝ່າຍສືບຕໍ່ກໍ່ສ້າງລາຍການສົມທົບກັບບັນດາອົງການຈັດຕັ້ງສະມາຊິກໃນການຜັນຂະຫຍາຍການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນທັງຊາດສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”; ສົມທົບກັນຈັດຕັ້ງບັນດານການເຄື່ອນໄຫວການທູດປະຊາຊົນຂອງແນວໂຮມປະເທດຊາດ ຫວຽດນາມ ຢ່າງມີປະສິດທິຜົນ. ຍູ້ແຮງບັນດາການເຄື່ອນໄຫວສາຍຈິດມິດໃຈຢູ່ເຂດຊາຍແດນ, ໝູ່ເກາະ, ທະເລໃຫ້ກາຍເປັນຂະບວນການມະຫາຊົນຢ່າງເລິກເຊິ່ງກວ້າງ ຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ, ທຸກຂັ້ນ, ທຸກຂະແໜງການ. ສຸມໃສ່ກໍ່ສ້າງ “ກອງທຶນເພື່ອ ເຈື່ອງຊາ ທີ່ຮັກແພງ”; “ຊາຍຄາໃຫ້ແກ່ຜູ້ທຸກຍາກຢູ່ເຂດຊາຍແດນ, ໝູ່ເກາະ, ທະເລ”... ບັນລຸປະສິດທິຜົນ. ສອງຝ່າຍສະເໜີ, ຖືວັນທີ 7 ພຶດສະພາແມ່ນວັນປຸກລະດົມການກໍ່ສ້າງ “ກອງທຶນເພື່ອ ເຈື່ອງຊາ ທີ່ຮັກແພງ” ໃນບໍລິເວນທົ່ວປະເທດ.

 

ແປໂດຍ: ຮວ່າງເຈື່ອງ