ທີ່ການຕ້ອນຮັບ,  ທ່ານພົນຕີ ທອງລອຍ ສີລິວົງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ຄະນະ. ທ່ານພົນຕີ ທອງລອຍ ສີລິວົງ ໄດ້ແຈ້ງໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບກ່ຽວກັບບັນດາໝາກຜົນອັນດີງາມຂອງການເຈລະຈາກ່ອນໜ້ານັ້ນກັບທ່ານພົນເອກ ເລືອງເກື່ອງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານພົນຕີ ທອງລອຍ ສີລິວົງ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ ທອງລອຍ ສີລິວົງ. ພາບ: ຈ້ອງຫາຍ.
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ຕີລາຄາສູງຜົນການເຈລະຈາລະຫວ່າງທ່ານພົນຕີ ທອງລອຍ ສີລິວົງ ແລະທ່ານພົນເອກ ເລືອງເກື່ອງ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງທັບສອງປະເທດຈະສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວດ້ານວຽກງານພັກ, ວຽກງານການເມືອງເປັນຢ່າງດີ, ຮັບປະກັນໃຫ້ແກ່ພະນັກງານ, ນັກຮົບກອງທັບສອງປະເທດມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຈິດໃຈສະຕິລະວັງຕົວປະຕິວັດ, ຕໍ່ສູ້ຕ້ານ, ສະກັດກັ້ນ, ເຮັດໃຫ້ທຸກກົນອຸບາຍມ້າງເພທໍາລາຍ, ແບ່ງແຍກການພົວພັນຫວຽດນາມ-ລາວ ຂອງບັນດາອິດທິກໍາລັງປໍລະປັກຖືກປະລາໄຊ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທະນາພອນ