ທີ່ການຕ້ອນຮັບ, ທ່ານພົນຕີ ທອງລອຍ ສີລິວົງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ, ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ລາວ ນັບແຕ່ກ່ອນຈົນມາຮອດປະຈຸບັນ. ທ່ານພົນຕີ ທອງລອຍ ສີລິວົງ ໄດ້ແຈ້ງໃຫ້ທ່ານ ເຈິ່ນກວກເວື້ອງ ຮັບຊາບກ່ຽວກັບສະພາບການຂອງລາວ ໃນໄລຍະມໍ່ໆມານີ້ ແລະຜົນການເຈລະຈາກັບທ່ານພົນເອກ ເລືອງເກື່ອງ. ທ່ານພົນຕີ ທອງລອຍ ສີລິວົງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດລາວ ຈະສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ຢ່າງແໜ້ນແຟ້ນເພື່ອປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ແລະສອງກະຊວງປ້ອງກັນປະເທດໃຫ້ມີປະສິດທິຜົນ.

leftcenterrightdel
 
leftcenterrightdel
ທ່ານ ເຈິ່ນກວກເວື້ອງ ຕ້ອນຮັບທ່ານພົນຕີ ທອງລອຍ ສີລິວົງ. ພາບ: ມີງແຄ໊ງ.
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ມີງແຄ໊ງ.

ທ່ານ ເຈິ່ນກວກເວື້ອງ ຕີລາຄາສູງມູນເຊື້ອ, ຜົນການຮ່ວມມືລະຫວ່າງກອງທັບຂອງສອງປະເທດໃນເມື່ອກ່ອນ ແລະໃນປະຈຸບັນ, ກໍ່ຄືຜົນການເຈລະຈາລະຫວ່າງທ່ານພົນຕີ ທອງລອຍ ສີລິວົງ ແລະທ່ານພົນເອກ ເລືອງເກື່ອງ. ທ່ານ ເຈິ່ນກວກເວື້ອງ ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດໃນໄລຍະຜ່ານມາບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ສົມເປັນໜຶ່ງໃນບັນດາເສົາຄໍ້າໃນການພົວພັນຫວຽດນາມ-ລາວ. ທ່ານ ເຈິ່ນກວກເວື້ອງ ສະເໜີໃຫ້ສອງກະຊວງປ້ອງກັນປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍາມໃດກໍ່ຍົກສູງສະຕິລະວັງຕົວ, ປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຢ່າງມີໄຊ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດໃຫ້ມີປະສິດທິຜົນ, ໃນນັ້ນຄວນສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ...

ໂດຍ: ບົວພອນ