ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ໂງມິນຕ໊ຽນ ແລະພົນຈັດຕະວາ Yuthakiat Luanpairin ໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ມີບັນດາບາດກ້າວພັດທະນາທີ່ດີງາມຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງໃນຫຼາຍຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືດ້ານທະຫານອາກາດ, ທະຫານເຮືອ, ແບ່ງປັນຂໍ້ມູນຂ່າວສານ, ກໍ່ສ້າງ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພົນຈັດຕະວາ ໂງມິນຕ໊ຽນ ຕ້ອນຮັບທ່ານພົນຈັດຕະວາ Yuthakiat Luanpairin. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Yuthakiat Luanpairin ໄດ້ຂອບໃຈຕໍ່ການສະໜັບສະໜູນທີ່ຫວຽດນາມ ໄດ້ສະຫງວນໃຫ້ໄທໃນປີເປັນປະທານອາຊຽນ 2019, ພ້ອມທັງແຈ້ງໃຫ້ທ່ານພົນຈັດຕະວາ ໂງມິນຕ໊ຽນ ຮັບຊາບໂດຍຫຍໍ້ກ່ຽວກັບໝາກຜົນຂອງການເຮັດວຽກກັບສະຖາບັນການພົວພັນສາກົນດ້ານປ້ອງກັນຊາດ-ກະຊວງປ້ອງກັນປະເທດຫວຽດນາມ.

ຕີລາຄາສູງການຮ່ວມມືລະຫວ່າງສອງອົງການ, ທ່ານພົນຈັດຕະວາ ໂງມິນຕ໊ຽນ ຫວັງວ່າສອງຝ່າຍຈະສືບຕໍ່ມານະພະຍາຍາມຊຸກຍູ້ບັນດາເນື້ອໃນການຮ່ວມມືທີ່ມີໃນປະຈຸບັນໃຫ້ຫຼາຍກວ່າອີກ, ພ້ອມກັນສວມບົດບາດເປັນເຈົ້າການ, ຕັ້ງໜ້າໃນວຽກງານເປັນເສນາທິການກ່ຽວກັບບັນດາບັນຫານະໂຍບາຍໃຫ້ແກ່ການນໍາກະຊວງປ້ອງກັນປະເທດຂອງແຕ່ລະປະເທດ. ທ່ານພົນຈັດຕະວາ ໂງມິນຕ໊ຽນ ຢັ້ງຢືນວ່າການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ສອງອົງການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ