ກອງປະຊຸມສໍາມະນາແນໃສ່ປະຕິບັດລາຍການແລກປ່ຽນວິຊາສະເພາະ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອຫວຽດນາມ ແລະຍີ່ປຸ່ນ, ຜ່ານນັ້ນຊ່ວຍໃຫ້ທະຫານເຮືອຫວຽດນາມ ສືບຕໍ່ຍົກສູງວຽກງານຮັບປະກັນການແພດໃຫ້ກໍາລັງສູ້ຮົບໃຕ້ນໍ້າ, ເບິ່ງແຍງດູແລ ແລະຮັກສາສຸຂະພາບໃຫ້ລູກເຮືອກຳປັ່ນດຳນ້ຳ, ດັກກົງໃຕ້ນໍ້າ, ນັກດຳນ້ຳ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການແລກປ່ຽນວິຊາສະເພາະທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ຜ່ານການເຮັດວຽກຢ່າງຕັ້ງໜ້າມາເປັນເວລາ 3 ວັນ, ກອງປະຊຸມສໍາມະນາແພດສາດໃຕ້ນໍ້າໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ທີ່ກອງປະຊຸມດັ່ງກ່າວມີທ່ານໝໍ 11 ຄົນຂຶ້ນນຳສະເໜີບົດລາຍງານວິທະຍາສາດ 15 ບົດລົງເລິກກ່ຽວກັບຂະແໜງແພດສາດໃຕ້ນໍ້າໃນການເຄື່ອນໄຫວດຳນ້ຳ, ເປັນຕົ້ນແມ່ນການຝຶກແອບດຳນ້ຳເລິກ; ປະຖົມພະຍາບານ, ປິ່ນປົວບາງພະຍາດເກີດຂຶ້ນກະທັນຫັນໃນເວລາດຳນ້ຳ, ອັບເດດບັນດາເຕັກນິກການຄົ້ນຄວ້າແພດສາດກ່ຽວກັບການດຳນ້ຳ; ບົດຮຽນແກ້ໄຂພະຍາດຫຼຸດຄວາມດັນໃຫ້ຊາວປະມົງ.

ໂດຍ: ເຈິ່ນຮວ່ຽນ