ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຕີ, ຮສຈ.ປອ ຟານແອງຫວຽດ, ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຊາດ ໃຫ້ຮູ້ວ່າ, ບັນດານັກສໍາມະນາກອນກອງທັບແຫ່ງລາຊະອານາຈັກກໍາປູເຈຍ ໄດ້ປະຕິບັດສໍາເລັດເນື້ອໃນລາຍການຮຽນດ້ວຍຜົນງານ: ປະເພດເກັ່ງ ແລະປະເພດດີເດັ່ນແມ່ນ 100%, ໃນນັ້ນປະເພດເກັ່ງກວມ 20% .

leftcenterrightdel
ທ່ານພົນຕີ, ຮສຈ.ປອ ຟານແອງຫວຽດ ມອບໃບຍ້ອງຍໍໃຫ້ແກ່ນັກສໍາມະນາກອນກອງທັບແຫ່ງລາຊະອານາຈັກກໍາປູເຈຍ. ພາບ: ຮວ່າງຫວູ.

ທ່ານພົນຕີ, ຮສຈ.ປອ ຟານແອງຫວຽດ ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕໍາແໜ່ງວຽກງານທີ່ໄດ້ຮັບການມອບໝາຍ, ບັນດານັກສໍາມະນາກອນ ຈະໝູນໃຊ້ ແລະພັດທະນາບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນ, ຄົ້ນຄວ້າທີ່ວິທະຍາຄານປ້ອງກັນຊາດຫວຽດນາມເຂົ້າໃນການບັນຊາກົມກອງຂັ້ນບັ້ນຮົບ-ຍຸດທະສາດຂອງກອງທັບແຫ່ງລາຊະອານາຈັກກໍາປູເຈຍ ຢ່າງມີຫົວຄິດປະດິດສ້າງ ແລະເຂົ້າຮ່ວມການວາງແຜນບັນດາບັນຫາຍຸດທະສາດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ, ປະກອບສ່ວນເຂົ້າໃນການກໍ່ສ້າງກໍາປູເຈຍແຫ່ງສັນຕິພາບ, ເອກະລາດ, ສີວິໄລ ແລະພັດທະນາ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງຫວຽດນາມ ແລະກໍາປູເຈຍ.

ໂດຍ: ໄຊຊະນະ