ACDFM-16 ມີຫົວຂໍ້ວ່າ: “ຄວາມໝັ້ນຄົງແບບຍືນຍົງ”.

leftcenterrightdel
ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ກອງປະຊຸມ ACDFM-16. ພາບ: qdnd.vn.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ Ponpipaat Benyasri, ຜູ້ບັນຊາການທະຫານສູງສຸດກອງທັບແຫ່ງລາຊະອານາຈັກໄທ ເນັ້ນໜັກວ່າ, ເລື່ອງຈັດຕັ້ງ ACDFM-16 ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອຊຸກຍູ້ການສ້າງຕັ້ງບັນດາຊ່ອງທາງການຮ່ວມມືໃຫ້ມີປະສິດທິຜົນກວ່າອີກ, ແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ACDFM-16. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງຫົວຂໍ້ຂອງກອງປະຊຸມໂດຍປະເທດເຈົ້າພາບເລືອກເຟັ້ນ, ນັ້ນແມ່ນ: “ຄວາມໝັ້ນຄົງແບບຍືນຍົງ”. ຫົວຂໍ້ຂອງກອງປະຊຸມໄດ້ສ່ອງແສງເຖິງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື ແລະຊຸກຍູ້ການຮ່ວມມືຢ່າງແຮງລະຫວ່າງກອງທັບບັນດາປະເທດອາຊຽນ, ຄໍາໝັ້ນສັນຍາຂອງບັນດາປະເທດສະມາຊິກໃນການຮັບມືກັບບັນດາບັນຫາຄວາມໝັ້ນຄົງທີ່ພວມປະກົດຂຶ້ນໃນພາກພື້ນ; ພ້ອມກັນມຸ່ງໄປເຖິງອະນາຄົດ, ໃນນັ້ນຖືເອົາປະຊາຊົນແມ່ນໃຈກາງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ພ້ອມກັບຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດ ລົງນາມໃນຖະແຫຼງການຮ່ວມທີ່ກອງປະຊຸມ ACDFM-16. ພາບ: qdnd.vn.
leftcenterrightdel
ຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດອາຊຽນ ຈັບມືສະແດງໃຫ້ເຫັນຈິດໃຈສາມັກຄີ, ມິດຕະພາບ. ພາບ: qdnd.vn.

ທ່ານພົນໂທ ຟານວັນຢາງ ໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະຕີລາຄາສູງຕໍ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM ຄັ້ງນີ້, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ແລະຄຳໝັ້ນສັນຍາຂອງບັນດາປະເທດໃນເລື່ອງສືບຕໍ່ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເໝາະສົມກັບກົດໝາຍສາກົນ, ລວມມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະບັນດາຄໍາໝັ້ນສັນຍາພາກພື້ນ... ພ້ອມກັນນັ້ນທ່ານພົນໂທ ຟານວັນຢາງ ກໍ່ສະເໜີກຳລັງປະຕິບັດກົດໝາຍຢູ່ທະເລ ແລະທະຫານເຮືອຂອງບັນດາຝ່າຍທີ່ກ່ຽວຂ້ອງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລ, ເປັນຕົ້ນແມ່ນຊາວປະມົງໄດ້ຢ່າງວ່ອງໄວ ແລະມີປະສິດທິຜົນບົນຈິດໃຈມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລໃນພາກພື້ນ.

leftcenterrightdel
ປະເທດເຈົ້າພາບໄທ ມອບທຸງປະທານ ACDFM ໃຫ້ຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ ພ້ອມກັບບັນດາຜູ້ແທນແລກປ່ຽນໃນເວລາພັກຜ່ອນ. ພາບ: qdnd.vn.

ບົດກ່າວປາໄສຂອງທ່ານພົນໂທ ຟານວັນຢາງ ໄດ້ຮັບຄວາມສົນໃຈ ແລະຕີລາຄາສູງຈາກຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດຕ່າງໆ. ກອງປະຊຸມ ACDFM-16 ໄດ້ອອກຖະແຫຼງການຮ່ວມ, ພ້ອມທັງຈັດຕັ້ງພິທີມອບຮັບທຸງປະທານ ACDFM ໃຫ້ຫວຽດນາມ ເປັນປະເທດປະທານໝູນວຽນຂອງອາຊຽນ 2020.

leftcenterrightdel
ທ່ານພົນໂທ ຟານວັນຢາງ  ເຈລະຈາສອງຝ່າຍກັບທ່ານພົນເອກ Ponpipaat Benyasri ຜູ້ບັນຊາການທະຫານສູງສຸດກອງທັບແຫ່ງລາຊະອານາຈັກໄທ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ  ເຈລະຈາສອງຝ່າຍກັບທ່ານພົນເອກ Min Aung Hlaing, ຜູ້ບັນຊາການໃຫຍ່ບັນດາກໍາລັງປະກອບອາວຸດມຽນມາ. ພາບ: qdnd.vn.

ໃນວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ມີບັນດາການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດໄທ ແລະມຽນມາ.

ໂດຍ: ເຈິ່ິນຮວ່ຽນ