ຕີລາຄາການພົວພັນສອງຝ່າຍທີ່ນັບມື້ນັບພັດທະນາອັນດີງາມ, ທ່ານພົນໂທ ຫງວຽນຈີ໊ວີ້ງ ຖືວ່າສອງປະເທດຄວນສືບຕໍ່ມານະພະຍາຍາມນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເຂົ້າສູ່ລວງເລິກໃນບັນດາຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ກໍຄືສະຖາບັນຄົ້ນຄວ້າ ແລະໄຈ້ແຍກການປ້ອງກັນຊາດອິນເດຍ ສຸມໃສ່ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາສະພາບການຢ່າງຖືກຕ້ອງເພື່ອເປັນເສນາທິການໃຫ້ການນໍາສອງປະເທດນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ແທດຈິງ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງແຕ່ລະປະເທດ ກໍຄືໃນພາກພື້ນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Sujan R.Chinoy, ຫົວໜ້າສະຖາບັນຄົ້ນຄວ້າ ແລະໄຈ້ແຍກການປ້ອງກັນຊາດອິນເດຍ. ພາບ: ຮວ່າງຫວູ.

ທ່ານ Sujan R.Chinoy ແຈ້ງໃຫ້ທ່ານພົນໂທ ຫງວຽນຈີ໊ວີ້ງ ຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນກັບສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ. ຕາມທ່ານ Sujan R.Chinoy, ສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງອິນເດຍ ແລະຫວຽດນາມ ປະກອບສ່ວນສໍາຄັນເພື່ອສັນຕິພາບ, ຄວາມວັດທະນາຖາວອນລວມຂອງພາກພື້ນ. ຢືນຢັນວ່າ  ອິນເດຍ ຖືເປັນສໍາຄັນການພົວພັນຮ່ວມມືກັບບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ, ທ່ານ Sujan R.Chinoy, ສະແດງຄວາມປາດຖະໜາຢາກເພີ່ມທະວີສາຍພົວພັນນີ້ກວ່າອີກເມື່ອ ຫວຽດນາມ ຮັບໜ້າທີ່ເປັນປະທານອາຊຽນໃນປີ 2020.

ໂດຍ: ເຈິ່ນຮວ່ຽນ