ທີ່ການພົບປະເຈລະຈາ, ທ່ານພົນເອກ ໂຕເລິມ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການໂລກ, ພາກພື້ນໃນປີຜ່ານມາ, ໝາກຜົນການຮ່ວມມືໃນປີ 2018. ຢູ່ ຫວຽດນາມ, ສະພາບການເມືອງມີຄວາມສະຖຽນລະພາບ, ເສດຖະກິດສືບຕໍ່ເຕີບໂຕຢ່າງຕັ້ງໜ້າ; ຄວາມໝັ້ນຄົງແຫ່ງຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ວຽກງານການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ, ຢັ້ງຢືນຖານະບົດບາດ, ບົດບາດຂອງ ຫວຽດນາມ ຢູ່ເວທີສາກົນ.

leftcenterrightdel
ທ່ານພົນເອກ ໂຕເລິມ ແລະທ່ານພົນໂທ ວິໄລ ຫຼ້າຄຳຟອງ ແລກປ່ຽນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ. ພາບ: anninhthudo.vn.

ກ່ຽວກັບທິດທາງຮ່ວມມືໃນປີ 2019, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໃນປີ 2019, ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ຮັກສາການແລກປ່ຽນສະພາບການ, ແລກປ່ຽນບົດຮຽນໃນວຽກງານ ເພື່ອເປັນເສນາທິການໃຫ້ການນໍາພັກ ແລະລັດມີການຊີ້ນໍາຢ່າງທັນການ. ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານຮັບໃຊ້ຄວາມຮຽກຮ້ອງຕ້ອງການສໍາຫຼວດ, ກວດກາ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາດຊະຍາກໍາຢາເສບຕິດ...

ກະຊວງຕໍາຫຼວດຫວຽດນາມ ສະເໜີກະຊວງປ້ອງກັນຄວາມສະຫງົບລາວ ຊຸກຍູ້ການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ, ສັນຍາສົ່ງຜູ້ຕ້ອງໂທດຂ້າມແດນ, ສັນຍາປ້ອງກັນຂ່າວລັບໃນປີ 2019.

leftcenterrightdel
ທ່ານພົນຕີ ດວ່ານຢຸຍເຄືອງ ແລະທ່ານພົນຈັດຕະວາ ບຸບຜາ ສີພົມມາ ແລກປ່ຽນບົດບັນທຶກຊ່ວຍຈໍາການຮ່ວມມືວຽກງານຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ, ຕ້ານອາດຊະຍາກໍາລະຫວ່າງສອງນະຄອນຫຼວງ. ພາບ: anninhthudo.vn.

ກໍ່ໃນການພົບປະເຈລະຈາ, ທ່ານພົນຕີ ດວ່ານຢຸຍເຄືອງ, ຫົວໜ້າກອງບັນຊາການຕໍາຫຼວດນະຄອນ ຮ່າໂນ້ຍ ແລະທ່ານພົນຈັດຕະວາ ບຸບຜາ ສີພົມມາ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກ່ຽວກັບວຽກງານຮັກສາ, ຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍລະຫວ່າງສອງນະຄອນຫຼວງຂອງສອງປະເທດຫວຽດນາມ-ລາວ.

ໂດຍ: ບົວພອນ