ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ຢືນຢັນເປົ້າໝາຍຂອງການຢ້ຽມຢາມ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນຂັ້ນສູງລະຫວ່າງສອງກອງທັບ, ສ້າງແຜນການຮ່ວມມືລະຫວ່າງກອງທັບສອງປະເທດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດ, ຄື: ເສນາຮັກ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຊອກຫາກູ້​ໄພ​ກູ້​ຊີບ, ອຸດສາຫະກໍາປ້ອງກັນຊາດ ແລະເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ; ພ້ອມທັງສະເໜີກະຊວງປ້ອງກັນປະເທດຈີນ ໜູນຊ່ວຍບັນດາອຸປະກອນຊອກຫາກູ້​ໄພ​ກູ້​ຊີບ, ອຸປະກອນຂອງກອງຮ້ອຍຊ່າງແສງທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ Wei Fenghe ຕ້ອນຮັບທ່ານພົນໂທ  ຫງວຽນຈີ໊ວີ້ງ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານພົນໂທ Wei Fenghe ແລະທ່ານພົນໂທ  ຫງວຽນຈີ໊ວີ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ Wei Fenghe ຕີລາຄາສູງການຢ້ຽມຢາມຈີນ ຂອງຄະນະ ແລະຢືນຢັນວ່າ ຈີນ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ແລະຖືວ່າການຮ່ວມມືລະຫວ່າງກອງທັບສອງປະເທດໃນຊຸມປີຜ່ານມາໄດ້ຮັບການເປີດກວ້າງ, ພັດທະນາຕາມທິດຕັ້ງໜ້າຢ່າງບໍ່ຢຸດຢັ້ງ; ບັນດາກົນໄກຮ່ວມມືນັບມື້ນັບໄດ້ຮັບການບູລະນະ, ເຂົ້າສູ່ຄວາມແທດຈິງກວ່າອີກ...

ໂດຍ: ທະນາພອນ