ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີວ່າ, ໃນໄລະຈະມາເຖິງສອງຝ່າຍຄວນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເປັນພື້ນຖານເພື່ອວາງອອກບັນດາເນື້ອໃນ, ມາດຕະການທີ່ເໝາະສົມ ເພື່ອຊຸກຍູ້ການພົວພັນສອງຝ່າຍ. ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຮູ້ວ່າ, ໃນປີ 2019 ຈະດໍາເນີນການເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝະລັ່ງ ຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທີ 1. ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ: “ການເຈລະຈາຄັ້ງທີ 1 ນີ້ມີຄວາມໝາຍສໍາຄັນ, ນັ້ນແມ່ນແນໃສ່ຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ສ. ຝະລັ່ງ ຢ່າງເປັນທາງການຂອງທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ ສອງຝ່າຍຈະແລກປ່ຽນກ່ຽວກັບທິດທາງ, ມາດຕະການ, ເນື້ອໃນການຮ່ວມມືຢ່າງລະອຽດກວ່າເກົ່າ ເພື່ອແນໃສ່ຜັນຂະຫຍາຍບັນດາການກໍານົດທິດການຮ່ວມມືໂດຍລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບໃຫ້ເປັນຢ່າງດີ”.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ Bertrand Lortholary. ພາບ: ເຟືອງລີງ.

ຄຽງຂ້າງນັ້ນ, ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ການຮ່ວມມືທີ່ບັນດາເວທີປາໄສຫຼາຍຝ່າຍ  ແລະໃນບັນດາຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ການບໍາລຸງສ້າງດ້ານເສນາຮັກ...

ທ່ານເອກອັກຄະລັດຖະທູດ Bertrand Lortholary  ຢືນຢັນວ່າເລື່ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດດັ່ງກ່າວຈະນໍາການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ຝະລັ່ງ ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທູຈາງ