ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຢືນຢັນວ່າ, ໃນໄລຍະຜ່ານມາ, ພ້ອມກັບການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ, ການພົວພັນຮ່ວມມືດ້ານປ້ອງກັນຊາດຂອງສອງປະເທດໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ ຄື: ແບ່ງປັນທັດສະນະຍຸດທະສາດ, ກໍ່ສ້າງ, ທະຫານເຮືອ, ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ແລກປ່ຽນບົດຮຽນດ້ານວິຊາສະເພາະ, ຄົ້ນຄວ້າວິທະຍາສາດ, ເສນາຮັກ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນໂທ Vladimir Borisovich Zarudnitski. ພາບ: ເຟືອງລິງ.

ຕີລາຄາສູງຜົນແຫ່ງການພົບປະເຈລະຈາລະຫວ່າງວິທະຍາຄານການທະຫານ, ກົມໃຫຍ່ເສນາທິການບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ ແລະວິທະຍາຄານປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ດໍາເນີນກ່ອນໜ້ານັ້ນ, ທ່ານພົນໂທ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ,  ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການແລກປ່ຽນບົດຮຽນດ້ານວິຊາສະເພາະ, ແລກປ່ຽນວິຊາການສຶກສາກ່ຽວກັບບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະຫວັດສາດດ້ານການທະຫານສອງປະເທດ, ສິລະປະຍຸດ ແລະບົດຮຽນກໍ່ສ້າງກອງທັບ...

ທ່ານພົນໂທ Vladimir Borisovich Zarudnitski ຂອບໃຈທ່ານພົນໂທ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງຢືນຢັນວ່າໃນໄລຍະຈະມາເຖິງ, ວິທະຍາຄານການທະຫານ, ກົມໃຫຍ່ເສນາທິການບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບວິທະຍາຄານປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊຊະນະ