ທ່ານພົນໂທ Álvaro Lopez Miera, ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີ 1 ກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ, ໄດ້ໄປຮັບທ່ານພົນໂທ ເລືອງເກື່ອງ ຢູ່ສະໜາມບິນສາກົນ  José Martí (ລາຮາວານ) ດ້ວຍການຈັບມື ແລະກ່າວຄຳຍິນດີວ່າ: “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດທີ່ໄດ້ຕ້ອນຮັບບັນດາອ້າຍນ້ອງສະໜິດສະໜົມຄືຄອບຄົວດຽວກັນ!”. ທ່ານພົນໂທ ເລືອງເກື່ອງ ກໍ່ຕາງໜ້າຄະນະກ່າວຄວາມຮູ້ສຶກຂອງຕົນອອກມາວ່າ “ພວກຂ້າພະເຈົ້າມາຢ້ຽມຢາມ ກູບາ ຄືໄດ້ກັບມາເຮືອນຂອງຕົນ !”.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ພ້ອມກັບຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າກູບາ ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຂອງປະຊາຊົນຫວຽດນາມ. ພາບ: ວັນອຽນ.

ແມ່ນແນວນັ້ນແທ້, ໃນບັນດາການພົບປະ, ການແລກປ່ຽນ, ການເຈລະຈາ ກໍ່ຄືເມື່ອໄດ້ໄປຢ້ຽມຢາມກົມກອງຂອງກອງທັບປະເທດເພື່ອນມິດ, ທ່ານພົນໂທ ເລືອງເກື່ອງ ແລະທ່ານພົນໂທ Álvaro Lopez Miera  ຍາມໃດກໍ່ສະຫງວນໃຫ້ກັນບັນດາຄຳເວົ້າ, ນ້ຳໃຈອ້າຍນ້ອງຢ່າງສະໜິດສະໜົມ, ຈິງໃຈ; ແລກປ່ຽນ, ແບ່ງປັນບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນໃນການກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ, ປະກອບສ່ວນຮັກສາ, ເພີ່ມທະວີການນຳພາຢ່າງເດັດຂາດ ແລະໂດຍກົງກ່ຽວກັບທຸກດ້ານຂອງພັກກອມມູນິດ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ. ນາຍພົນສອງທ່ານລ້ວນແຕ່ຢັ້ງຢືນວ່າ, ບັນດາສິ່ງທີ່ກອງທັບຂອງແຕ່ລະປະເທດຕ້ອງການ, ມີຄວາມຮຽກຮ້ອງຕ້ອງການ ແລະມີທ່າແຮງນັ້ນຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນ, ຮ່ວມມື, ຊ່ວຍເຫຼືອກັນບົນຈິດໃຈຖານສະຫາຍອ້າຍນ້ອງແບບພິເສດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ປອດໃສ, ບໍລິສຸດຜຸດຜ່ອງ.

ການຢ້ຽມຢາມຂອງຄະນະພະນັກງານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ດຳເນີນໄປພາຍຫຼັງການຢ້ຽມຢາມຂັ້ນສູງຄັ້ງຕ່າງໆລະຫວ່າງຫວຽດນາມ ແລະກູບາ ໃນປີ 2018; ກໍ່ກົງກັບໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນຜູ້ນຳກູບາ Fidel Castro ປະມຸກລັດຕ່າງປະເທດຄົນທຳອິດ ແລະໜຶ່ງດຽວທີ່ມາຢ້ຽມຢາມເຂດປົດປ່ອຍກວ໋າງຈິ (ປີ 1973), ສະນັ້ນໃນບັນດາການພົບປະ, ເຮັດວຽກ, ການແລກປ່ຽນ, ບັນດາເລື່ອງລາວ, ອະນຸສອນກ່ຽວກັບນ້ຳໃຈມິດຕະພາບ, ຄວາມສາມັກຄີພິເສດບໍລິສຸດຜຸດຜ່ອງ, ປອດໃສລະຫວ່າງສອງປະເທດ, ສອງຊາດ ແລະກອງທັບສອງປະເທດ; ກ່ຽວກັບຈິດໃຈເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ກັບຜູ້ນຳ Fidel Castro, ຜູ້ນໍາໂຮ່ຈີມິນ... ທ່ານພົນຈັດຕະວາ Jorge Luis Mendez, ຫົວໜ້າກົມການເມືອງ, ກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ, ມີຄວາມຕື້ນຕັນໃຈເມື່ອເວົ້າເຖິງການຈາກໄປຂອງທ່ານ Fidel Castro ຜູ້ນໍາທີ່ເກັ່ງກ້າສາມາດຂອງການປະຕິວັດກູບາ, ເພື່ອນຜູ້ຍິ່ງໃຫຍ່, ເປັນສະຫາຍ, ອ້າຍນ້ອງບໍລິສຸດຜຸດຜ່ອງ, ເປັນສັນຍາລັກແຫ່ງນ້ຳໃຈສາມັກຄີອ້າຍນ້ອງ ກູບາ-ຫວຽດນາມ. ຊຸມວັນທີ່ຄະນະໄປຢ້ຽມຢາມປະເທດກູບາ ສວຍງາມ ແລະຮັກແພງແຂກຄົນ, ບັນດາເພື່ອນມິດກູບາ ໄດ້ຢ້ຳຄືນຄຳເວົ້າອະມະຕະຂອງທ່ານ Fidel ປີ 1966 ວ່າ: “ເພື່ອຫວຽດນາມ, ກູບາພ້ອມແລ້ວທີ່ຈະອຸທິດເລືອດເນື້ອຂອງຕົນ”.

ໃນການຢ້ຽມຢາມຄັ້ງນີ້, ການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດນັ້ນແມ່ນຢູ່ນະຄອນຫຼວງລາຮາວານ, ທ່ານພົນໂທ ເລືອງເກ່ືອງ ແລະຄະນະໄດ້ພົບປະສັງສັນ, ມອບຂອງຂວັນ, ຕອບບຸນແທນຄຸນບາງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າເຄີຍເຂ້ົາຮ່ວມການຕໍ່ສູູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ.

ນັກຮົບເກົ່າ Esteban González Hernández ເລົ່າສູ່ຟັງດ້ວຍດ້ວຍຄວາມຕື້ນຕັນໃຈວ່າ: “ຂ້າພະເຈົ້າພ້ອມກັບບາງສະຫາຍໄດ້ໄປຫວຽດນາມ ໃນປີ 1967, ທັງເຂົ້າຮ່ວມສູ້ຮົບ, ທັງຖອດຖອນບົດຮຽນການຕໍ່ສູ້ຈາກຫວຽດນາມ. ເມື່ອກັບຄືນປະເທດ, ຂ້າພະເຈົ້າໄດ້ຂຽນປື້ມກ່ຽວກັບຊຸມປີເດືອນອັນອົງອາດກ້າຫານຢູ່ຫວຽດນາມ ແລະຫຼັງຈາກນັ້ນມີໂອກາດໄປຢ້ຽມຢາມຫວຽດນາມສອງເທື່ອ. ຂ້າພະເຈົ້ານິຍົມນັບຖືປະຊາຊົນ ແລະກອງທັບປະຊາຊົນຫວຽດນາມວິລະຊົນ, ທັງໃນການຕໍ່ສູ້ ແລະທັງໃນການຟື້ນຟູ, ພັດທະນາປະເທດພາຍຫຼັງສົງຄາມ”. ນັກຮົບເກົ່າ Juan Pérez Migollo ເວົ້າວ່າ: “ພວກຂ້າພະເຈົ້າໄປຫວຽດນາມ ບໍ່ພຽງແຕ່ປະກອບກຳລັງເຫື່ອແຮງຂອງຕົນເຂົ້າໃນການຕໍ່ສູ້ເປັນທຳຂອງຫວຽດນາມ ເທົ່ານັ້ນ ຫາກຍັງຖອດຖອນໄດ້ບັນດາບົດຮຽນຕີເອົາໄຊຊະນະສັດຕູ, ຮຽນເອົາວິທີປະຊາຊົນຫວຽດນາມຮັກຫອມສັນຕິພາບ”. ທ່ານຍັງໄດ້ນຳເອົາຮູບຖ່າຍກັບທະຫານ ແລະປະຊາຊົນຫວຽດນາມມາແນະນຳກັບທຸກຄົນຢູ່ໃນງານພົບປະສັງສັນ, ທ່ານເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຂ້າພະເຈົ້າຫວັງວ່າຈະໄດ້ຮູ້ຂໍ້ມູນຂ່າວສານຕື່ມໂດຍສະເພາະແມ່ນມີໂອກາດໄດ້ພົບປະກັບພວກສະຫາຍອ້າຍນ້ອງຫວຽດນາມ ທີ່ເຄີຍຮ່ວມຂຸມຄອງອັນດຽວກັນໃນຊຸມປີເດືອນເກີດສົງຄາມຢ່າງດຸເດືອດ...”.

ຢ້້ຽມຢາມກູບາເປັນເວລາ 3 ວັນດ້ວຍການເຄື່ອນໄຫວຫຼາຍຢ່າງ, ຮູ້ສຶກວ່າເວລາຜ່ານໄປໄວທີ່ສຸດ. ກ່ອນທີ່ຄະນະຈະເດີນທາງອອກຈາກ ກູບາ, ສະຫາຍ Raúl Castro Ruz, ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ໄດ້ຕ້ອນຮັບທ່ານພົນໂທ ເລືອງເກື່ອງ ແລະຄະນະ. ຈັບມືກັບສະມາຊິກແຕ່ລະຄົນໃນຄະນະຢ່າງສະໜິດສະໜົມອົບອຸ່ນ; ຂອບໃຈພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ກ່ຽວກັບການສະໜັບສະໜູນອັນລ້ຳຄ່າທີ່ໄດ້ ແລະກຳລັງສະຫງວນໃຫ້ແກ່ກູບາ; ຕີລາຄາສູງສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດ.

ບັນດາສິ່ງທີ່ພວກຂ້າພະເຈົ້າໄດ້ເຫັນກັບຕາ, ໄດ້ຍິນກັບຫູຍິ່ງເປັນການພິສູດໃຫ້ເຫັນຄຳຢັ້ງຢືນຂອງທ່ານພົນໂທ ເລືອງເກື່ອງ ຜ່ານການຢ້ຽມຢາມຄັ້ງນີ້, ກໍ່ແມ່ນອາລົມຈິດ, ຄວາມປາດຖະໜາຂອງການນຳ ແລະປະຊາຊົນສອງປະເທດ: “ນ້ຳໃຈສາມັກຄີຖານສະຫາຍອ້າຍນ້ອງທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ປອດໃສຫວຽດນາມ - ກູບາ ໄດ້ຜ່ານຜ່າສິ່ງທ້າທາຍນາໆປະການຂອງການເວລາ. ນັ້ນແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງບັນດາການນຳຮຸ່ນຕ່າງໆ ແລະປະຊາຊົນສອງປະເທດໄດ້ ແລະກຳລັງເຄົາລົບນັບຖື, ຮັກສາ ແລະເສີມຂະຫຍາຍ”.

ໂດຍ: ແສງເດືອນ