ຂີດໝາຍຂອງຫວຽດນາມ

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ປີ 2018 ໄດ້ຜ່ານໄປແລ້ວ, ຖ້າເວົ້າສັ້ນໆກ່ຽວກັບໜຶ່ງປີແຫ່ງການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ, ທ່ານຈະເວົ້າຫຍັງແດ່?

ທ່ານພົນໂທ ຫງວຽນຈິວິ້ງ: ໜຶ່ງປີທີ່ມີຫຼາຍເຫດການ, ຍ້ອນໃນສະພາບການສາກົນທີ່ສັບສົນໃນປັດຈຸບັນ, ການພົບປະແລກປ່ຽນດ້ານການທະຫານ, ການປ້ອງກັນຊາດລະຫວ່າງບັນດາປະເທດໄດ້ຮັບການພັດທະນາຢ່າງແຮງນັບທັງສອງຝ່າຍ ແລະຫຼາຍຝ່າຍ.

ກ່ຽວກັບການຮ່ວມມືສອງຝ່າຍ, ປີ 2018, ພວກເຮົາສຸມໃສ່ເຂົ້າໃນການພົວພັນກັບບັນດາປະເທດໃກ້ຄຽງ, ເຊັ່ນ: ລາວ, ກໍາປູເຈຍ ແລະສຸມໃສ່ຮັກສາການພົວພັນດ້ານປ້ອງກັນຊາດກັບບັນດາປະເທດອາຊຽນ. ການຮ່ວມມືດ້ານປ້ອງກັນຊາດກັບຈີນ ໄດ້ຮັບການເອົາໃຈໃສ່ຊຸກຍູ້ ແລະນັບມື້ນັບດີຂຶ້ນ, ໃນນັ້ນສອງປະເທດໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5 ສໍາເລັດຜົນ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ບັນດາກອງປະຊຸມການທະຫານ, ການປ້ອງກັນຊາດ ໄດ້ຈັດຂຶ້ນໃນປີ 2018, ເຊັ່ນ: ເວທີປາໄສແຊງຊາງ ປັກກິ່ງ, ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ, ການເຈລະຈາ Shangri-La... ລ້ວນແຕ່ມີການເຂົ້າຮ່ວມຂອງຄະນະຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າ ແລະພວກເຮົາໄດ້ມີທັດສະນະຢ່າງແຮງ, ຖືກຕ້ອງ ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ຕາງໜ້າສາກົນ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງບັນດາເຫດການນີ້.

ຂີດໝາຍພິເສດໜຶ່ງອີກນັ້ນແມ່ນ ຫວຽດນາມ ໄດ້ຈັດສົ່ງໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບຢູ່ ຊູດັງໃຕ້ ໃນເດືອນ ຕຸລາ 2018...

ນັກຂ່າວ: ໂດຍແມ່ນຜູ້ໃກ້ຊິດກັບງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ນັບຕັ້ງແຕ່ຊຸມວັນທໍາອິດ, ຕາມທ່ານ, ຄວນມີບາດກ້າວຫັນປ່ຽນທາງດ້ານເນື້ອແທ້ໃນຊຸມປີຕໍ່ໄປ ຫຼື ບໍ່ ເພື່ອໃຫ້ການເຄື່ອນໄຫວນີ້ສືບຕໍ່ກາຍເປັນຈຸດທີ່ພົ້ນເດັ່ນໃນການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຈີນ?

ທ່ານພົນໂທ ຫງວຽນຈິວິ້ງ: ຂ້າພະເຈົ້າຂໍຄັດສະເໜີຄໍາໝັ້ນສັນຍາຂອງທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເພື່ອແທນໃຫ້ຄໍາຕອບ: ນັ້ນແມ່ນສືບຕໍ່ຮັກສາ, ເຮັດໃຫ້ອຸດົມສົມບູນກວ່າ, ຍົກສູງຄຸນນະພາບ, ປະສິດທິພາບ, ເພື່ອໃຫ້ງານພົບປະແລກປ່ຽນນີ້ກາຍເປັນຈຸດພົ້ນເດັ່ນຢ່າງແທດຈິງໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ແລະເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດເປັນເສົາຄໍ້າສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ອຽນບາ. 

ນັກຂ່າວ: ທ່ານເຄີຍເວົ້າວ່າ, ການພົວພັນຫວຽດນາມ - ອາເມລິກາ ພັດທະນາໄວ ແລະມີປະສິດທິຜົນຜ່ານບັນດາການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ສະນັ້ນ, ການຮ່ວມມືນີ້ດໍາເນີນຄືແນວໃດໃນປີ 2018?

ທ່ານພົນໂທ ຫງວຽນຈິວິ້ງ: ປີ 2018, ພວກເຮົາສືບຕໍ່ມີການພົວພັນຮ່ວມມືດ້ານປ້ອງກັນຊາດກັບອາເມລິກາ ຕາມເນື້ອໃນຈິດໃຈບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມເມື່ອປີ 2011 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມໃນປີ 2015, ໂດຍສະເພາະແມ່ນໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ຮັກສາໄດ້ຄວາມດຸ່ນດຽງທາງດ້ານຍຸດທະສາດ

ນັກຂ່າວ: ຊີວິດສາກົນໃນປັດຈຸບັນແມ່ນຂຶ້ນກັບການພົວພັນລະຫວ່າງບັນດາປະເທດໃຫຍ່ ແລະສິ່ງດັ່ງກ່າວສະແດງອອກຢ່າງຈະແຈ້ງໃນປີ 2018. ຕາມທ່ານ, ຫວຽດນາມ ມີຖານະບົດບາດຄືແນວໃດໃນການພົວພັນລະຫວ່າງບັນດາປະເທດໃຫຍ່ນັ້ນ?

ທ່ານພົນໂທ ຫງວຽນຈິວິ້ງ: ພູມສາດການເມືອງ, ປະຫວັດສາດ ແລະການພັດທະນາພິເສດສະເພາະເຮັດໃຫ້ ຫວຽດນາມ ຍາມໃດກໍ່ຢູ່ລະຫວ່າງກາງຂອງການຂັດແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່. ສະນັ້ນ, ທຸກການຜັນປ່ຽນດ້ານຍຸດທະສາດຂອງບັນດາປະເທດໃຫຍ່ຢູ່ພາກພື້ນລ້ວນແຕ່ກ່ຽວຂ້ອງເຖິງພວກເຮົາ. ໃນສະພາບການສັບສົນຄືແນວນັ້ນ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ຂ້າພະເຈົ້ານັ້ນແມ່ນ ຫວຽດນາມ ຍັງຄົງຮັກສາໄດ້ສະຖຽນລະພາບທາງດ້ານແນວທາງ, ນະໂຍບາຍການຕ່າງປະເທດ ແລະຄວາມດຸ່ນດ່ຽງທາງດ້ານຍຸດທະສາດ, ບໍ່ອ່ຽງໄປທາງໃດ.

ນັກຂ່າວ: ລະອຽດແມ່ນໃນປີ 2018 ໂລກມີການຜັນປ່ຽນຢ່າງແຮງຍ້ອນສົງຄາມການຄ້າ ອາເມລິກາ - ຈີນ ແລະຖັດຈາກນັ້ນແມ່ນສົງຄາມເຕັກໂນໂລຢີລະຫວ່າງສອງປະເທດມະຫາອໍານາດນີ້. ໃນສະພາບການນັ້ນ, ຫວຽດນາມມີໂອກາດຫຍັງ ແລະສິ່ງທ້າທາຍໃດແດ່?

ທ່ານພົນໂທ ຫງວຽນຈິວິ້ງ: ຄວາມຈິງບໍ່ພຽງແຕ່ມີບັນຫາສົງຄາມການຄ້າ ອາເມລິກາ - ຈີນ ເທົ່ານັ້ນ, ຫາກຍັງມີການປະເຊີນໜ້າລະຫວ່າງ ລັດເຊຍ - ອາເມລິກາ ກ່ຽວກັບບັນດາບັນຫາຂອງເອີຣົບ, ແລ້ວວິກິດການຂອງບັນດາປະເທດຕາເວັນອອກາງ - ອາຟຣີກາເໜືອ... ກໍນັບມື້ນັບສັບສົນຂຶ້ນຕື່ມ. ແຕ່ຖ້າຮັກສາແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງໄດ້, ພວກເຮົາຈະບໍ່ຖືກຂຶ້ນກັບ, ບໍ່ຖືກແກ່ດຶງເຂົ້າໃນການແກ່ງແຍ້ງດ້ານຍຸດທະສາດຂອງບັນດາປະເທດໃຫຍ່. ບໍ່ພຽງແຕ່ຫວຽດນາມເທົ່ານັ້ນ, ຫາກຍັງບັນດາປະເທດໃນໂລກສ່ວນຫຼາຍລ້ວນແຕ່ເລືອກເຟັ້ນເສັ້ນທາງເອກະລາດ, ເປັນເຈົ້າຕົນເອງຄືແນວນັ້ນ.

ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ນັກຂ່າວ: ໃນປີ 2018, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ແນະນຳບັນດາເນື້ອໃນພື້ນຖານຂອງຍຸດທະສາດປ້ອງກັນຊາດຫວຽດນາມ. ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ ຕ້ອງຜັນຂະຫຍາຍຫຍັງແດ່ເພື່ອປະກອບສ່ວນປະຕິບັດຍຸດທະສາດນີ້, ຂໍຮຽນທ່ານ?

ທ່ານພົນໂທ ຫງວຽນຈິວິ້ງ: ກ່ອນອື່ນໝົດ, ຄຽງຂ້າງຄວາມຮຽກຮ້ອງສໍາຄັນທໍາອິດແມ່ນຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດເປັນເຈົ້າຕົນເອງແລ້ວ, ການຮັກສາສັນຕິພາບໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປັດໄຈສໍາຄັນທີ່ສຸດໃນປັດຈຸບັນ. ທີສອງ, ພວກເຮົາຢືນຢັນຢ່າງຈະແຈ້ງເຖິງບົດບາດຂອງກອງທັບປະຊາຊົນຫວຽດນາມ ສຳລັບການປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ-ສັງຄົມ, ໂດຍລະອຽດແມ່ນປົກປ້ອງພັກ, ປົກປ້ອງລະບອບສັງຄົມນິຍົມ ແລະປົກປ້ອງປະຊາຊົນ. ທີສາມ, ຄຽງຂ້າງການປົກປັກຮັກສາ ແລະສ້າງສາປະເທດຊາດແລ້ວ, ກໍຕ້ອງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຮຽນທ່ານ, ສະພາບການຢູ່ທະເລຕາເວັນອອກ ໃນປີ 2018 ມີສະຖຽນລະພາບພໍສົມຄວນ. ແມ່ນບໍ່ວ່າ, ນັ້ນແມ່ນໝາກຜົນແຫ່ງການເຄື່ອນໄຫວຕ່າງປະເທດຫຼາຍຝ່າຍຢູ່ພາກພື້ນ, ໃນນັ້ນມີການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍໃນຊຸມປີຜ່ານມາ?

ທ່ານພົນໂທ ຫງວຽນຈິວິ້ງ: ບໍ່ແມ່ນສະພາບການຢູ່ທະເລຕາເວັນອອກ ມີສະຖຽນລະພາບພໍສົມຄວນແມ່ນເລື່ອງທຳມະດາ, ຫາກສິ່ງດັ່ງກ່າວມັນຂຶ້ນກັບຫຼາຍປັດໄຈເຊັ່ນ: ການເຂົ້າຮ່ວມຂອງບັນດາປະເທດມະຫາອໍານາດ; ປະຕິກິລິຍາຂອງສາກົນ, ພິເສດແມ່ນບັນດາປະເທດໃນພາກພື້ນ; ແນວທາງການຕ່າງປະເທດ ກໍຄືໝາກຜົນການເຄື່ອນໄຫວຕ່າງປະເທດ ແລະການພົວພັນພາຍໃນຂອງຫວຽດນາມ. ແຕ່ເປັນສິ່ງຈະແຈ້ງແລ້ວວ່າ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຫຼຸດຜ່ອນຄວາມເຄັ່ງຕຶງສ່ວນໃດສ່ວນໜຶ່ງຢູ່ທະເລຕາເວັນອອກດ້ວຍບັນດາການເຄື່ອນໄຫວການທູດສອງຝ່າຍ ແລະຫຼາຍຝ່າຍ.

ກໍໃນປີຜ່ານມາ, ອາຊຽນ ແລະຈີນ ໃນເບື້ອງຕົ້ນບັນລຸໄດ້ຂໍ້ຕົກລົງຍູ້ແຮງການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ຕາມຂ້າພະເຈົ້າ, COC ຕ້ອງນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ ຫາກບໍ່ແມ່ນເອກະສານທີ່ມີລັກສະນະສັນຍາລັກ.  ມີຄວາມຮຽກຮ້ອງລະອຽດຈໍານວນໜຶ່ງ ເຊິ່ງ COC ຕ້ອງມຸ່ງໄປເຖິງ, ນັ້ນແມ່ນ: ເຄົາລົບເອກະລາດ, ເປັນເຈົ້າຕົນເອງ, ອະທິປະໄຕຜືນແຜ່ນດິນຂອງທຸກໆປະເທດ ຕ້ອງອີງໃສ່ກົດໝາຍສາກົນ...

ນັກຂ່າວ: ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີກຸນ 2019, ທ່ານມີຄໍາອວຍພອນຫຍັງແດ່ທີ່ຝາກໃຫ້ເພື່ອນຜູ້ອ່ານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ?

ທ່ານພົນໂທ ຫງວຽນຈິວິ້ງ: ບັນດາເນື້ອໃນໂຄສະນາໃນໜັງສືພິມກອງທັບປະຊາຊົນ ລ້ວນແຕ່ເປັນຕາອ່ານ, ຈັບອົກຈັບໃຈ, ພິເສດແມ່ນໂຄສະນາການຕ້ານ “ການຫັນປ່ຽນໂດຍສັນຕິ”, ຂ່າວສະຖານະການສາກົນ ແລະໂຄສະນາການພົວພັນຕ່າງປະເທດ, ເພື່ອປົກປັກຮັກສາແນວທາງ, ປົກປັກຮັກສາລະບອບ ກໍຄືຍົກອອກບັນດາບັນຫາຂອງພື້ນຖານປ້ອງກັນຊາດທົ່ວປວງຊົນ ແລະກອງທັບປະຊາຊົນຫວຽດນາມ. ຂ້າພະເຈົ້າຫວັງວ່າໜັງສືພິມກອງທັບປະຊາຊົນຫວຽດນາມ ນັບມື້ນັບມີເພື່ອນຜູ້ອ່ານຫຼາຍກວ່າອີກ.

ຜ່ານໜັງສືພິມກອງທັບປະຊາຊົນ, ຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ເພື່ອນຜູ້ອ່ານທັງຢູ່ພາຍໃນ ແລະນອກກອງທັບປີໃໝ່ມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ສູ້ຊົນ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານ.

ຂໍຂອບໃຈ!

ໂດຍ: ໄຊຊະນະ