ການເດີນທາງຂອງກໍາລັງໜຸ່ມ, ຄວາມເຊື່ອໝັ້ນ

ຫຼຽວເບິ່ງທຸງຊາດຫວຽດນາມເທິງກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ປິວສະບັດຢູ່ທ່າກຳປັ່ນ Chennai, ສ.ອິນເດຍ, ຮ້ອຍເອກພິເສດ ເລວັນເຢືອງ, ກັບຕັນເຮືອກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດ ແລະເອກອ້າງທະນົງໃຈເມື່ອປະຕິບັດໜ້າທີ່ພິເສດນີ້. ນະຄອນຫວູງເຕົ່າ - ຊ່ອງທະເລ Malacca - ທະເລ Andaman - ອ່າວ Bengal - ທ່າກຳປັ່ນ Chennai ຈະແມ່ນການເດີນທະເລຍາກທີ່ຈະຫຼົງລືມໄດ້ສໍາລັບຂ້າພະເຈົ້າ ແລະບັນດາລູກເຮືອ. ຄວາມປະທັບໃຈທີ່ສຸດໃນການເດີນທາງແມ່ນໄປຜ່ານສອງມະຫາສະໝຸດ. ມີຫຼາຍເຂດເຮືອ, ກໍາປັ່ນເຄື່ອນໄຫວຢ່າງຄຶກໂຄມໜາ ແໜ້ນ, ຄື: ທະເລສິງກະໂປ, ຊ່ອງທະເລ Malacca ຫຼື ໄປຜ່ານມະຫາສະໝຸດອິນເດຍແມ່ນເຂດທະເລທີ່ກວ້າງໃຫຍ່ມີຄວາມເລິກ 3.000-4.000 ແມັດ, ອາກາດສັບສົນຫຼາຍ, ອັນໄດ້ຊ່ວຍຂ້າພະເຈົ້າ ແລະບັນດາລູກເຮືອມີຄວາມຮູ້ ແລະບົດຮຽນທີ່ມີຄຸນປະໂຫຍດ”.

ພ້ອມເຂົ້າຮ່ວມການເດີນທາງ, ພວກຂ້າພະເຈົ້າຮູ້ສຶກໄດ້ຈິດໃຈຄວາມຮັບຜິດຊອບຂອງພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ແນໃສ່ຢືນຢັນຄວາມເຊື່ອໝັ້ນ, ກໍາລັງຄວາມສາມາດ, ຄຸນນະທາດຂອງຕໍາຫຼວດທະເລຫວຽດນາມ ໃນການປະຕິບັດໜ້າທີ່ພົວພັນຕ່າງປະເທດ, ແນະນໍາຮູບພາບປະເທດຊາດ ແລະຊາວຫວຽດນາມ ເຖິງເພື່ອນມິດສາກົນ. ແລະໃນຊຸມວັນເຂົ້າທຽບທ່າກໍາປັ່ນ Chennai, ຈາກບັນດາການເຂົ້າຢ້ຽມຂໍ່ານັບເຖິງການພົບປະແລກປ່ຽນວັດທະນະທໍາ - ສິລະປະ, ກິລາ - ກາຍຍະກໍາ, ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ຍາມໃດກໍ່ນໍາມາເຊິ່ງຈິດໃຈຂະຫຍັນຂັນເຄື່ອນ, ຄຸນນະທາດວິຊາສະເພາະທີ່ດີ ແລະຄວາມປາດຖະໜາຢາກຮ່ວມມື, ສາມັກຄີມິດຕະພາບຍາວນານ.

leftcenterrightdel
ກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ຂອງຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມການຝຶກແອບຮ່ວມກັບ ICG ຢູ່ມະຫາສະໝຸດອິນເດຍ. ພາບ: ຮຸ່ງຄວາ.

ສຳລັບຜູ້ແທນອິນເດຍຫຼາຍຄົນ, ງານລ້ຽງເທິງກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ແມ່ນຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້. ນັ້ນແມ່ນລາຍການເຊິ່ງພະນັກງານ, ນັກຮົບກຳປັ່ນຕຳຫຼວດທະເລຫວຽດນາມ ປະຕິບັດຢ່າງສຸດຈິດສຸດໃຈຈາກການສະແດງສິລະປະ, ແຕ່ງກິນ ແລະປະດັບປະດາອາຫານ, ພິທີການ... ຜູ້ແທນ ICG ໄດ້ສະແດງຄວາມປະຫຼາດໃຈ ແລະຍ້ອງຍໍອາຫານຫວຽດນາມ ແຊບຫຼາຍ, ມີຫຼາຍຄົນເປັນຄັ້ງທໍາອິດທີ່ໄດ້ຮັບປະທານອາຫານແໜມຈືນ ຫຼື ດື່ມເຫຼົ້າແວງດ່າລາດ.

ເຫດການກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ມາຢ້ຽມຢາມ, ພົບປະແລກປ່ຽນກັບ ICG ໄດ້ຮັບຄວາມສົນໃຈພິເສດຈາກທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຫວຽດນາມ ປະຈໍາ ສ.ອິນເດຍ.  ທ່ານລົງກໍາປັ່ນຢ້ຽມຢາມ ແລະລະດົມກໍາລັງໃຈພະນັກງານ, ນັກຮົບກຳປັ່ນຕຳຫຼວດທະເລຫວຽດນາມ ແລະສະແດງຄວາມສະເທືອນໃຈ ແລະເອກອ້າງທະນົງໃຈເມື່ອກຳປັ່ນທັນສະໄໝຊັກທຸງຊາດ, ຮູບພາບ, ວັດທະນະທໍາປະເທດຫວຽດນາມ ເຊິ່ງຕຳຫຼວດທະເລໜຸ່ມທີ່ເກັ່ງກ້າສາມາດແຕ່ລະຄົນກໍ່ແມ່ນບັນດາ “ນັກການທູດ” ທີ່ນໍາເອົາສານ, ຄວາມປະທັບໃຈອັນດີງາມເຖິງເພື່ອນມິດອິນເດຍ. 

leftcenterrightdel
 ຜູ້ຕາງໜ້າກໍາລັງ ICG ຢ້ຽມຊົມກໍາປັ່ນຕໍາຫຼວດທະເລໝາຍເລກ 8001. ພາບ: ຮຸ່ງຄວາ.

ຊຸກຍູ້ຈິດໃຈຮ່ວມມື, ສາມັກຄີມິດຕະພາບ

ພົນຕີ Nautiyal, ຮອງຜູ້ບັນຊາການ ICG ທັງເປັນຜູ້ບັນຊາການພາກຕາເວັນອອກ ICG, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ຖອດຖອນບົດຮຽນ ແລະຈະແບ່ງປັນຄວາມຮູ້ເຊິ່ງກັນ ແລະກັນໃນຂົງເຂດປ້ອງກັນຝັ່ງທະເລ, ເພື່ອບັນດາເປົ້າໝາຍໃຫຍ່ກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຊອກຫາກູ້ໄພ... ເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບລະຫວ່າງສອງປະເທດເວົ້າລວມ, ສອງກໍາລັງເວົ້າສະເພາະໄດ້ຍົກຂຶ້ນສູ່ລະດັບສູງໃໝ່ພາຍຫຼັງການຢ້ຽມຢາມກໍາປັ່ນຕໍາຫຼວດທະເລໝາຍເລກ 8001”.

ທ່ານພົນຈັດຕະວາ ຫງວຽນວັນເຊີນ, ຜູ້ບັນຊາການຕຳຫຼວດທະເລຫວຽດນາມ ຢືນຢັນວ່າ: “ການຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະ ICG ໄດ້ມີບາດກ້າວພັດທະນາຢ່າງແຮງນັບແຕ່ເມື່ອລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກໍາ ແລະກູ້ໄພກູ້ຊີບ ປີ 2015. ຜົນສໍາເລັດຂອງການຢ້ຽມຢາມ, ພົບປະແລກປ່ຽນຂອງກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ກັບ ICG ໃຫ້ເຂົ້າສູ່ລວງເລິກ”. ຕາມທ່ານພົນຈັດຕະວາ ຫງວຽນວັນເຊີນ, ຄວນສືບຕໍ່ຊຸກຍູ້, ເປີດກວ້າງ ແລະເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ກັບກໍາລັງປະຕິບັດກົດໝາຍບົນທະເລຂອງປະເທດຕ່າງໆຢູ່ພາກພື້ນ ແລະໂລກ ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ