ທີ່ການເຮັດວຽກ, ທ່ານພົນໂທ ຫງວຽນຈິວີ້ງ ຖືວ່າ, ຄວາມສາມາດບົ່ມຊ້ອນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່ ແລະຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງຕັ້ງກົນໄກເຈລະຈາດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກັບການາດາ. ທ່ານພົນໂທ ຫງວຽນຈິວີ້ງ ຖືວ່າສອງຝ່າຍຄວນຍູ້ແຮງການຮ່ວມມືດ້ານປ້ອງກັນຊາດກວ່າອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ບໍາລຸງສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນໂທ ຫງວຽນຈິວີ້ງ ຊີ້ແຈ້ງວ່າ, ຫວຽດນາມ ສະໜັບສະໜູນ ການາດາ ເຂົ້າຮ່ວມກົນໄກກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນເປີດກວ້າງ (ADMM+).

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ຕ້ອນຮັບທ່ານພົນຈັດຕະວາ Derek Joyce. ພາບ: ຮວ່າງຫວູ.

ທ່ານພົນຈັດຕະວາ Derek Joyce ໄດ້ແຈ້ງໃຫ້ທ່ານພົນໂທ ຫງວຽນຈິວີ້ງ ຮັບຊາບກ່ຽວກັບໝາກຜົນແຫ່ງການເຮັດວຽກກ່ອນໜ້ານັ້ນກັບກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ ແລະຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງການາດາ-ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ. ທ່ານພົນຈັດຕະວາ Derek Joyce ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງຫວຽດນາມ ແລະເນັ້ນໜັກວ່າ ການາດາ ຍາມໃດກໍ່ປາດຖະໜາຢາກເຂົ້າຮ່ວມກົນໄກ ADMM+.

ໂດຍ: ບົວພອນ