leftcenterrightdel
ທ່ານພົນໂທ ຟານວັນຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພົນເອກ Marumo Yoshinari, ຫົວໜ້າເສນາທິການກໍາລັງປ້ອງກັນຕົວທາງອາກາດຍີ່ປຸ່ນ. ພາບ: ອົງກ໋ວກຈິ໋ງ.

ທ່ານພົນໂທ ຟານວັນຢາງ ເຊື່ອໝັ້ນວ່າ; ການຢ້ຽມຢາມຂອງທ່ານພົນເອກ Marumo Yoshinari ຈະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າລວມ ແລະກໍາລັງທະຫານອາກາດສອງປະເທດເວົ້າສະເພາະ. ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງໂຄງການໜູນຊ່ວຍຍົກສູງກໍາລັງຄວາມສາມາດຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ສະຫງວນໃຫ້ທະຫານອາກາດຫວຽດນາມ. ບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນ ແລະການຝຶກແອບຄວາມປອດໄພທາງການບິນ, ກູ້ຊີບທາງອາກາດ... ໄດ້ປະກອບສ່ວນຍົກສູງລະດັບວິຊາສະເພາະ, ເຕັກນິກ ແລະເພີ່ມທະວີສາຍພົວພັນມິດຕະພາບ, ຖອດຖອນບົດຮຽນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Marumo Yoshinari. ພາບ: ອົງກ໋ວກຈິ໋ງ.

ທ່ານພົນເອກ Marumo Yoshinari ຖືວ່າ, ໃນໄລຍະຜ່ານມາ, ການພົວພັນສອງຝ່າຍ ຍີ່ປຸ່ນ-ຫວຽດນາມ ໄດ້ຮັບການພັດທະນາຮອບດ້ານໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ; ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດມີບາດກ້າວພັດທະນາໝັ້ນແກ່ນ, ກາຍເປັນເສົາຄ້ຳທີ່ສໍາຄັນໃນສາຍພົວພັນລະຫວ່າງສອງປະເທດ. ທ່ານພົນເອກ Marumo Yoshinari ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງຄະນະຈະສ້າງບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງກໍາລັງທະຫານອາກາດສອງປະເທດເວົ້າສະເພາະ ແລະສອງກອງທັບເວົ້າລວມ.

ໂດຍ: ເຈິ່ນຮວ່ຽນ