ການພົບປະໂດຍບັງເອີນ ຢູ່ “ຖໍ້າປະທານ ໄກສອນ ພົມວິຫານ”

ໃນການປະຕິບັດງານຂອງຄະນະປະຕິບັດງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຄັ້ງນີ້ ໂດຍປະຕິບັດແຜນການສົມທົບກັນໂຄສະນາມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1949/20-1-2019). ຜ່ານດ່ານຊາຍແດນນາແມ່ວ (ແຂວງແທັງຮວ໊າ), ຄະນະພວກຂ້າພະເຈົ້າ ໄປຮອດບໍລິເວນແຂວງຫົວພັນ. ລຽບຕາມເສັ້ນທາງເລກ 6, ດອກຕາເວັນປ່າໄດ້ເບັ່ງບານຮຸ່ງເຮືອງໃນທ່າມກາງທັດສະນິຍະພາບພູຜາປ່າດົງທີ່ໃຫຍ່ໂຕມະໂຫຖານຂອງປະເທດ. ຕາມນາງພັນໂທ ຈັນເພງ, ຫົວໜ້າພະແນກສາກົນ ໜັງສືພິມກອງທັບປະຊາຊົນລາວ ເຊິ່ງແມ່ນຜູ້ທີ່ຮ່ວມເດີນທາງກັບຄະນະພວກຂ້າພະເຈົ້າເວົ້າວ່າ, ດອກໄມ້ປະເພດນີ້ເບັ່ງບານໃນໂອກາດນີ້ ແມ່ນເໝາະສົມກັບເຫດການສໍາຄັນຂອງປະເທດລາວທີ່ສຸດ-ໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເມືອງວຽງໄຊ, ບ່ອນທີ່ໄດ້ຖືວ່າເປັນນະຄອນຫຼວງຕໍ່ຕ້ານຂອງການປະຕິວັດລາວ.

ກ່ອນພິທີສະເຫຼີມສະຫຼອງ, ສະຫາຍ ແພງ ກັນຍາພິນ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫົວພັນ ຕ້ອນຮັບພວກຂ້າພະເຈົ້າ ແລະສະເໜີຄະນະໄປຢ້ຽມຢາມຖໍ້າຈໍານວນໜຶ່ງຢູ່ເມືອງວຽງໄຊ. ສະຫາຍ ແພງ ກັນຍາພິນ ໃຫ້ຮູ້ວ່າ: “ນີ້ແມ່ນບັນດາຖໍ້າເກີດຂຶ້ນໂດຍທໍາມະຊາດ, ເຊິ່ງທະຫານຊ່າງແສງຫວຽດນາມ ໄດ້ຊ່ວຍດັດແປງເປັນຖານທີ່ໝັ້ນປະຕິວັດປິດລັບທີ່ສຸດ. ປະທານ ໄກສອນ ພົມວິຫານ ແລະການນໍາບັນພະບຸລຸດຫຼາຍຄົນຂອງການປະຕິວັດລາວ ເຄີຍດໍາລົງຊີວິດ, ເຮັດວຽກ ແລະນໍາພາການຕໍ່ຕ້ານຢູ່ທີ່ນີ້”.

leftcenterrightdel
ເທດສະບານແຂວງຊໍາເໜືອ, ແຂວງຫົວພັນ ໃນປັດຈຸບັນ. ພາບ: ຈ້ອງຫາຍ.

ຈາກ ຊໍາເໜືອ, ເຊິ່ງແມ່ນເມືອງເອກຂອງແຂວງຫົວພັນ ໄປອີກປະມານ 30 ກິໂລແມັດ ຈະມາຮອດເມືອງວຽງໄຊ. ນີ້ແມ່ນເມືອງຢູ່ຕິດກັບແຂວງແທັງຮວ໊າ ຂອງຫວຽດນາມ, ຫ່າງຈາກດ່ານຊາຍແດນນາແມ່ວ ປະມານ 70 ກິໂລແມັດ. ດ້ວຍພູມີປະເທດພູສູງທຸລະກັນດານ ແລະມີຖໍ້າທີ່ເປັນເອກະລັກສະເພາະເກືອບ 500 ແຫ່ງ, ວຽງໄຊ ໄດ້ຄັດເລືອກໃຫ້ເປັນຖານທີ່ໝັ້ນການປະຕິວັດຂອງລາວ ໃນການຕໍ່ສູ້ ແລະຕ້ານອາເມລິກາ.

ຂຶ້ນຂັ້ນໄດຫີນໄປກວ່າ 30 ຂັ້ນ, ພວກຂ້າພະເຈົ້າ ໄດ້ໄປຮອດຖໍ້າຢູ່ ແລະບ່ອນເຮັດວຽກຂອງປະທານ ໄກສອນ ພົມວິຫານ, ຖໍ້າຢູ່ເລິກ ໃນຜາຫີນ. ແຕ່ຫ້ອງເຮັດວຽກຂອງທ່ານ ໄກສອນ ພົມວິຫານ  ມີທາງລອດພູຍາວປະມານ 50 ແມັດ ພາໄປເຖິງຫ້ອງປະຊຸມຂອງກົມການເມືອງ ພັກປະຊາຊົນປະຕິວັດລາວ. ຢູ່ຫ້ອງປະຊຸມໃນໃຈກາງພູແຫ່ງນີ້, ບັນດາຄໍາສັ່ງຂອງກົມການເມືອງ ພັກປະຊາຊົນປະຕິວັດລາວ ກ່ຽວກັບການຕໍ່ຕ້ານໄດ້ປະກາດໃຊ້. ຈາກບັນດາແຜນນະໂຍບາຍເຫຼົ່ານັ້ນ, ທະຫານປະເທດລາວ ແລະປະຊາຊົນລາວບັນດາເຜົ່າພ້ອມດ້ວຍການຊ່ວຍເຫຼືອຂອງທະຫານອາສາສະໝັກຫວຽດນາມ ຢ່າງສຸດຈິດສຸດໃຈໄດ້ປະຕິບັດຢ່າງມີໄຊ.

ເມື່ອກັບຄືນມາປາກຖໍ້າ, ພວກຂ້າພະເຈົ້າ ໄດ້ພົບກັບແຂກຄະນະໜຶ່ງ, ໃນນັ້ນມີລຸງຜູ້ໜຶ່ງອາຍຸສູງແລ້ວ, ເວົ້າພາສາຫວຽດນາມເກັ່ງ, ລຸງແນະນຳຕົວເອງວ່າ: “ຂ້າພະເຈົ້າຊື່ວ່າ  ບົວສີ ຈະເລີນສຸກ, ອະດີດເລຂາຂອງປະທານ ໄກສອນ ພົມວິຫານ ໃນຊຸມປີດໍາລົງຊີວິດ ແລະເຮັດວຽກຢູ່ເຂດທີ່ໝັ້ນນີ້”.

ຕາມເລື່ອງເລົ່າຂອງລຸງ ບົວສີ ແລ້ວ, ປີ 1964-1972 ແມ່ນໄລຍະທີ່ເຮືອບິນອາເມລິກາ ຖິ້ມລະເບີດໃສ່ເສັ້ນທາງເຈື່ອງເຊີນ, ຊຽງຂວາງ ແລະເຂດທີ່ໝັ້ນວຽງໄຊ ຢ່າງດຸເດືອດ. ລະເບີດໄດ້ແຕກຢູ່ປາກຖໍ້າປະທານ ໄກສອນ ພົມວິຫານ ຫຼາຍເທື່ອ. ລຸງ ບົວສີ ຫວນຄືນວ່າ “ຫ້ອງການສູນກາງພັກໃນເມື່ອນັ້ນມີປະມານ 50 ຄົນ, ເຮັດວຽກຕະຫຼອດວັນ ແລະຄືນເພື່ອຮັບໃຊ້ວຽກງານຊີ້ນໍາໆພາຂອງປະທານ ໄກສອນ ແລະສູນກາງ. ໄປຄຽງຂ້າງແຫຼ່ງລໍາລຽງສະບຽງອາຫານມາແຕ່ຫວຽດນາມ, ຫ້ອງການພວກຂ້າພະເຈົ້າ ຍັງຈັດຕັ້ງການເພີ່ມພູນຜະລິດຜົນຢູ່ອ້ອມເຂດຖໍ້າຕື່ມອີກ. ຈາກຖໍ້າແຫ່ງນີ້, ປະທານ ໄກສອນ ໄດ້ເປັນປະທານກອງປະຊຸມຫຼາຍຢ່າງ ແລະຍົກອອກຫຼາຍຄໍາຕັດສິນສໍາຄັນ”.

ສາຍຕາ “ສາວຊໍາເໜືອ”

ໂດຍໄດ້ຮັບຟັງບົດເພງ “ສາວຊໍາເໜືອ” ຂອງນັກດົນຕີ ເຈິ່ນຕ໋ຽນ ເປັນຫຼາຍເທື່ອແລ້ວ, ແຕ່ເມື່ອໄປຮອດເທດສະບານແຂວງຊໍາເໜືອ ຂອງແຂວງຫົວພັນ ຟັງບົດເພງນີ້ຄືນ ໄດ້ນໍາມາໃຫ້ພວກຂ້າພະເຈົ້າຄວາມຕື້ນຕັນໃຈໃໝ່.

ຮ້ອຍຕີ ຄໍາມະນີ, ພະນັກງານໂຄສະນາອົບຮົມ ຂອງກອງບັນຊາການທະຫານແຂວງຫົວພັນ  ໄດ້ພາພວກຂ້າພະເຈົ້າໄປເຖິງບັນດາປູຊະນີຍະສະຖານ ແລະກິດຈະກໍາທີ່ຈັບອົກຈັບໃຈຢູ່ທີ່ນີ້. ນັ້ນແມ່ນ 3 ກິດຈະກໍາສະຖາປັດຕະຍະກຳມີຂະໜາດໃຫຍ່ພໍສົມຄວນແມ່ນ: ອະນຸສາວະລີທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ; ສຸສານນັກຮົບທີ່ເສຍສະຫຼະຊີວິດ ແລະອະນຸສາວະລີສະຫາຍ ໄກສອນ ພົມວິຫານ, ເຊິ່ງຕັ້ງຢູ່ໂນນພູ 3 ໜ່ວຍ ຢູ່ທາງພາກເໜືອຂອງເທດສະບານແຂວງ.

ໃນປະຫວັດສາດ, ດິນແດນ ແລະຊາວຊໍາເໜືອທີ່ມີພາລະກໍາສາກົນສໍາຄັນ, ແມ່ນຖານທີ່ໝັ້ນຮ່ວມຂອງສອງປະເທດຫວຽດນາມ-ລາວ ໃນຕະຫຼອດສອງການຕໍ່ສູ້ທີ່ຫຍຸ້ງຍາກລຳບາກ ແລະດຸເດືອດເພື່ອຕ້ານຈັກກະພັດອາເມລິກາ ທີ່ເຂົ້າມາຮຸກຮານ.  ນັບແຕ່ພວກລ່າເມືອງຂຶ້ນຝະລັ່ງ ກັບຄືນມາຮຸກຮານອິນດູຈີນ ຄັ້ງທີ 2, ບັນດາກອງທະຫານ ໄຕຕ໊ຽນ ໄດ້ເດີນທາງຈາກຮ່າໂນ້ຍ ໄປຮອດເຂດຕາເວັນຕົກສ່ຽງເໜືອ, ຜ່ານຊາຍແດນ ໄປຮອດ ຊຳເໜືອ ເພື່ອຊ່ວຍປະເທດເພື່ອນມິດລາວຕີສັດຕູ.  ຈາກຖານທີ່ໝັ້ນປະຕິວັດແຫ່ງນີ້, ບັນດາກອງທະຫານແຫຼ່ງກໍາລັງຫຼວງຂອງຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄລ່ພ້ອມກັບບັນດາກົມກອງເພື່ອນມິດລາວ ບຸກໂຈມຕີສັດຕູຢູ່ພາກເໜືອລາວ, ທົ່ງໄຫຫີນຊຽງຂວາງ, ທາງເລກ 9 - ພາກໃຕ້ລາວ, ພາກກາງລາວ. ຢູ່ຊໍາເໜືອ, ຫົວພັນ ມີອັດຖິທະຫານອາສາສະໝັກຫວຽດນາມທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານຫຼາຍຊຸດ ເພື່ອພາລະກິດເອກະລາດ ແລະທ້ອນໂຮມປະເທດຊາດຂອງສອງຊາດ.

leftcenterrightdel
ສະຫາຍ ທອງສິງ ທໍາມະວົງ, ອະດີດນາຍົກລັດຖະມົນຕີລາວ ພ້ອມກັບຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ. ພາບ: ຄໍາມະນີ.

ເມື່ອມາຮອດວັດ ໂພໄຊ, ຕັ້ງຢູ່ຈອມພູທາດເມືອງ, ເທດສະບານແຂວງຊໍາເໜືອ, ພວກຂ້າພະເຈົ້າໄດ້ພົບກັບສະຫາຍ ທອງສິງ ທໍາມະວົງ, ອະດີດນາຍົກລັດຖະມົນຕີລາວໂດຍບັງເອີນ. ໂດຍໄດ້ຮູ້ວ່າພວກຂ້າພະເຈົ້າ ຫາກໍ່ມາແຕ່ຫວຽດນາມ, ທ່ານໄດ້ຖາມຂ່າວຄາວ ແລະໃຫ້ຮູ້ວ່າ: “ຂ້າພະເຈົ້າ ມີບ້ານເກີດຢູ່ແຂວງຫົວພັນ. ຄັ້ງນີ້ຂ້າພະເຈົ້າກັບມາຢ້ຽມຢາມບ້ານເກີດເມືອງນອນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງເມືອງວຽງໄຊ, ມື້ນີ້ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເມື່ອໄດ້ພົບປະກັບບັນດາສະຫາຍຢູ່ທີ່ນີ້, ພວກເຮົາຖ່າຍຮູບເປັນທີ່ລະນຶກເນາະ”. ທ່ານດຶງແຂນພວກຂ້າພະເຈົ້າໄປຢືນໃກ້, ມີຄວາມໃກ້ຊິດສະໜິດສະໜົມ ແລະຈິງໃຈທີ່ສຸດມ່ວນຫຼາຍ.

leftcenterrightdel
ແມ່ຍິງລາວ ໃນຊຸດອາພອນປະຈໍາຊາດ ທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເມືອງວຽງໄຊ. ພາບ: ຈ້ອງຫາຍ.

ຈາກ ຫົວພັນ, ຊໍາເໜືອ, ພວກຂ້າພະເຈົ້າ ຈື່ຈຳສາຍຕາທີ່ອາໄລອາວອນຂອງຮ້ອຍຕີ ຄໍາມະນີ. ສາຍຕາປຽບເໝືອນເຮັດໃຫ້ພວກຂ້າພະເຈົ້ານຶກເຖິງຮູບພາບສາວລາວໃນບົດເພງຂອງນັກດົນຕີ ເຈິ່ນຕ໊ຽນ ທີ່ພວມຟ້ອນລໍາວົງກັບບັນດານັກຮົບອາສາສະໝັກຫວຽດນາມ ຢູ່ຂ້າງກອງໄຟ, ເຊິ່ງເປັນສັນຍາລັກໃຫ້ແກ່ອາລົມຈິດສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດ, ສອງຊາດ ລາວ-ຫວຽດນາມ.

ໂດຍ: ທູຈາງ