leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ແລະເປັນສັກຂີພິຍານພິທີເປີດສະຫຼອງອະນຸສາວະລີ. ພາບ: ທູຈາງ.

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງອະນຸສາວະລີໄຊຊະນະ - ໄຊຊະນະ ໂດຍຖືວ່າ: ອະນຸສາວະລີເປັນສັນຍາລັກແຫ່ງສັນຕິພາບຢູ່ກໍາປູເຈຍ. ນະໂຍບາຍໄຊຊະນະ - ໄຊຊະນະ ໄດ້ນໍາກໍາປູເຈຍ ພັດທະນາຢ່າງແຮງໃນທຸກຂົງເຂດ, ການດຳລົງຊີວິດຂອງປະຊາຊົນນັບມື້ນັບເປັນປົກກະຕິ ແລະພັດທະນາ.

ວັນທີ 29 ທັນວາ 1998 ໄດ້ຮັບຖືວ່າເປັນຂີດໝາຍສໍາຄັນໃນປະຫວັດສາດກໍາປູເຈຍ. ນະໂຍບາຍໄຊຊະນະ - ໄຊຊະນະໄດ້ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອປະຊາຊົນ ກໍາປູເຈຍ ພ້ອມກັນກໍ່ສ້າງ, ພັດທະນາປະເທດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີໄຊຊະນະ - ໄຊຊະນະ ຢູ່ນະຄອນຫຼວງພະນົມເປັນ. ພາບ: ທູຈາງ.
leftcenterrightdel
 ບັນດາຜູ້ແທນຢ້ຽມຊົມອະນຸສາວະລີໄຊຊະນະ - ໄຊຊະນະ. ພາບ: ທູຈາງ.

ອະນຸສາວະລີໄຊຊະນະ - ໄຊຊະນະໄດ້ຮັບການລົງມືກໍ່ສ້າງແຕ່ເດືອນກຸມພາ 2016 ໃນເນື້ອທີ່ກວ້າງ 8 ເຮັກຕາຢູ່ຕາແສງ Prek Ta Sek, ເມືອງ Chroy Changvar, ພະນົມເປັນ. ນີ້ແມ່ນກິດຈະກຳສັນຍາລັກແຫ່ງຄວາມປອງດອງຊາດ, ເອກະລາດ, ສາມັກຄີ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມວັດທະນາຖາວອນຂອງລາຊະອານາຈັກກໍາປູເຈຍ.

ໂດຍ: ເຈິ່ນຮວ່ຽນ