ທີ່ການເຮັດວຽກ, ສອງຝ່າຍສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ. ວິທະຍາຄານທະຫານເຮືອອິນເດຍ ຈະມາພົບປະແລກປ່ຽນກັບວິທະຍາຄານທະຫານເຮືອຫວຽດນາມ; ແບ່ງປັນບົດຮຽນໃນຂົງເຂດຮັບປະກັນດ້ານເຕັກນິກໃຫ້ແກ່ກໍາປັ່ນ, ເຮືອ. ທະຫານເຮືອອິນເດຍ ສືບຕໍ່ບໍາລຸງສ້າງບາງຂະແໜງພິເສດສະເພາະໃຫ້ທະຫານເຮືອຫວຽດນາມ; ສືບຕໍ່ຮັກສາ ແລະປະຕິບັດກົນໄກທາບທາມຄຳເຫັນນາຍທະຫານເສນາທິການສອງປະເທດເພື່ອແນໃສ່ຕີລາຄາບັນດາເນື້ອໃນການຮ່ວມມືທີ່ໄດ້ປະຕິບັດແລ້ວ ແລະສະເໜີເນື້ອໃນການຮ່ວມມືໃນອະນາຄົດ.

leftcenterrightdel
ທ່ານ ພົນຈັດຕະວາ Atul Anand ເຂົ້າຢ້ຽມຂໍ່ານັບຫົວໜ້າກອງບັນຊາການທະຫານເຮືອຫວຽດນາມ. ພາບ: baohaiquanvietnam.vn.

ທ່ານ ພົນຈັດຕະວາ Atul Anand ຂອບໃຈທະຫານເຮືອຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຢ່າງສຸດຈິດສຸດໃຈ ແລະຊົມເຊີຍການພັດທະນາຂອງທະຫານເຮືອຫວຽດນາມ ໃນໄລຍະຜ່ານມາ. ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງປະເທດ ແລະການເຄື່ອນໄຫວອື່ນໆໄດ້ເປັນການຢ້ັງຢືນສາຍພົວພັນທີ່ເປັນມູນເຊື້ອສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາ.

leftcenterrightdel
ສອງຝ່າຍແລກປ່ຽນບົດບັນທຶກການເຮັດວຽກ. ພາບ: baohaiquanvietnam.vn.

ທະຫານເຮືອອິນເດຍ ພ້ອມແລ້ວທີ່ຈະຮ່ວມມື ແລະຊ່ວຍເຫຼືອທະຫານເຮືອຫວຽດນາມ, ໂດຍສະເພາະແມ່ນແບ່ງປັນບົດຮຽນໃນການຈັດຕັ້ງເດີນສວນສະໜາມກໍາປັ່ນ.

ເນື່ອງໃນໂອກາດນີ້, ຄະນະນາຍທະຫານເຮືອອິນເດຍ ຈະເຂົ້າຢ້ຽມຂໍ່ານັບຫົວໜ້າກອງບັນຊາການທະຫານເຮືອເຂດ 4, ຢ້ຽມຢາມວິທະຍາຄານທະຫານເຮືອ, ທ່າກໍາປັ່ນສາກົນກາມແຣງ ແລະບາງທັດສະນີຍະພາບຂອງຫວຽດນາມ.

ໂດຍ: ທູຈາງ