ຜົນງານພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອາຟະລິກາໃຕ້ ນັ້ນແມ່ນສອງປະເທດໄດ້ສ້າງກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ (DPD) ຢ່າງເປັນທາງການ. ມາຮອດປັດຈຸບັນ, ສອງຝ່າຍໄດ້ຈັດຕັ້ງ DPD ສອງຄັ້ງ ໃນປີ 2015 ແລະ ປີ 2017.

ທີ່ DPD 2015, ສອງປະເທດກໍານົດບັນດາຈຸດສຸມໃນການຮ່ວມມືດ້ານປ້ອງກັນຊາດລວມມີຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂ້ັນ, ບໍາລຸງສ້າງພະນັກງານ, ແບ່ງປັນບົດຮຽນໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ). ສອງຝ່າຍກໍ່ກໍານົດຊຸກຍູ້ການຮ່ວມມືກ່ຽວກັບອຸດສາຫະກໍາປ້ອງກັນຊາດບົນພື້ນຖານບັນດາທ່າແຮງຂອງສອງປະເທດ.

ທີ່ DPD ຄັ້ງທີ 2 ປີ 2017, ບັນດາເນື້ອໃນບຸລິມະສິດໃນການຮ່ວມມືລະຫວ່າງສອງຝ່າຍໄດ້ກໍານົດໃນ DPD 2015 ສືບຕໍ່ໄດ້ຮັບການເນັ້ນໜັກ. ພິເສດ, ຂົງເຂດການຮ່ວມມືໃນການເຂົ້າຮ່ວມສັກສາສັນຕິພາບຂອງ ສປຊ ໄດ້ຮັບການເນ້ັນໜັກຍ້ອນວ່າ ອາຟະລິກາໃຕ້ ແມ່ນປະເທດທີ່ມີຫຼາຍບົດຮຽນໃນຂົງເຂດນີ້ ແລະສາມາດແບ່ງປັນກັບຫວຽດນາມໃຫ້ໄດ້. ໂດຍໄດ້ຮູ້ແລ້ວວ່າ, ກອງທັບອາຟະລິກາໃຕ້ ມີເຫຼົ່າຮົບເສນາຮັກສະເພາະທີ່ຈັດສົ່ງກໍາລັງເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ. ໃນສະພາວະ ຫວຽດນາມ ຫາກໍ່ຜັນຂະຫຍາຍໂຮງໝໍສະໜາມຂັ້ນ 2 ເລກ 1 ເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້, ເລື່ອງຊຸກຍູ້ການຮ່ວມມືກັບອາຟະລິກາໃຕ້ ໃນຂົງເຂດຮັກສາສັນຕິພາບຂອງ ສປຊ ຈະມີຄວາມໝາຍທີ່ສຸດ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ແລະທ່ານ S.M Gulube ຮອງລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດອາຟະລິກາໃຕ້ ທີ່ພິທີລົງນາມໃນກົດລະບຽບກ່ຽວກັບການຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດສອງປະເທດ ໃນປີ 2015. ພາບ: qdnd.vn.

ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະອາຟະລິກາໃຕ້, ຫວຽດນາມ ກໍານົດ ອາຟະລິກາໃຕ້ ວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຢູ່ອາຟະລິກາ ເພື່ອພັດທະນາການພົວພັນໃນຂົງເຂດປ້ອງກັນຊາດ. ໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ, ອາຟະລິກາໃຕ້ ມີແຜນນະໂຍບາຍເພີ່ມທະວີການພົວພັນກັບອາຊີ, ພິເສດແມ່ນກັບບັນດາປະເທດອາຊຽນ.

ການຮ່ວມມືໃນຂົງເຂດການຄ້າການທະຫານ ແລະອຸດສາຫະກໍາປ້ອງກັນຊາດ ໄດ້ຮັບການຕີລາຄາວ່າມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.  ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະສັນຈະສືບຕໍ່ສຸມໃສ່ເຂົ້າບັນດາຂົງເຂດຮ່ວມມືຄື: ການແລກປ່ຽນຄະນະຜູ້ແທນ, ການເຈລະຈາ-ທາບທາມຄໍາເຫັນ, ອຸດສາຫະກໍາປ້ອງກັນຊາດ, ການບໍາລຸງສ້າງການທະຫານ, ເສນາຮັກ, ພະລາທິການ. ນອກຈາກນັ້ນ, ສອງຝ່າຍ ກໍ່ຈະຮ່ວມມືຕ້ານການກໍ່ການຮ້າຍ ລະຫວ່າງກໍາລັງສູ້ຮົບພິເສດອາຟະລິກາໃຕ້ ກັບເຫຼົ່າຮົບຕີພິເສດຫວຽດນາມ.

ໂດຍ: ທູຈາງ