ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໋ວີ້ງ ສະແດງຄວາມປາດຖະໜາວ່າໃນອາຍຸການປະຕິບັດງານຂອງຕົນ, ທ່ານ ພັນເອກ I. Army Ritonga ຈະປະກອບສວ່ນສໍາຄັນ, ແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດ, ພິເສດແມ່ນໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບຂອງກອງທັບສອງປະເທດ, ການຮ່ວມມືບໍາລຸງສ້າງ, ການຊອກຫາກູ້ໄພກູ້ຊີບ, ການແລກປ່ຽນບົດຮຽນເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ...

leftcenterrightdel
ທ່ານພັນເອກ I. Army Ritonga ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນໂທ ຫງວຽນຈີ໋ວີ້ງ. ພາບ: ຫວູຮຸ່ງ.

ທ່ານພັນເອກ I. Army Ritonga ຢ້ັງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ອິນໂດເນເຊຍ ໃຫ້ນັບມື້ນັບພັດທະນາດ້ວຍຫຼາຍເນື້ອໃນການຮ່ວມມືຢ່າງແທດຈິງ, ກ່ອນອື່ນໝົດແມ່ນຕ້ັງໜ້າກະກຽມໃຫ້ແກ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອິນໂດເນເຊຍ ຄັ້ງທໍາອິດ, ເຊິ່ງຄາດວ່າຈະຈັດຕັ້ງໃນຕົ້ນປີ 2019.

ໂດຍ: ທູຈາງ