ສາຍຈິດມິດໃຈຢູ່ເສັ້ນຊາຍແດນ

ປະຊາຊົນກໍາປູເຈຍ  ຫຼາຍຄົນຍັງຈົດຈໍາສາຍຈິດມິດໃຈຢ່າງສຸດຊຶ້ງ ເຊິ່ງປະຊາຊົນແຂວງກອນຕູມ ໄດ້ຊ່ວຍເຫຼືອເຂົາເຈົ້າຫຼົບໄພດັບສູນເຊື້ອຊາດປົນປົດປີ 1975. ເວລານັ້ນ, ປະຊາຊົນກໍາປູເຈຍ ກວ່າ 2.000 ຄົນໄດ້ປະຊາຊົນ ແລະອໍານາດການປົກຄອງເມືອງຊາໄທ່ (ກອນຕູມ) ຈັດບ່ອນກິນບ່ອນຢູ່, ໜູນຊ່ວຍເຄື່ອງມືຜະລິດກະສິກຳ, ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ. ພາຍຫຼັງສັບຊ້ອນການດຳລົງຊີວິດໃຫ້ຄອບຄົວສຳເລັດແລ້ວ, ຫຼາຍຄົນໄດ້ກັບເມືອປະເທດເພື່ອສູ້ຮົບ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດປົນປົດ ແລະກາຍເປັນການນໍາຂັ້ນສູງຂອງລັດຖະບານ, ນາຍພົນກອງທັບກໍາປູເຈຍ.

leftcenterrightdel
ກໍາລັງປ້ອງກັນຊາຍແດນຂອງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ເຄົາລົບຫຼັກໝາຍຊາຍແດນລະຫວ່າງສາມປະເທດ. ພາບ: ຫງວຽນແອງເຊີນ.

ສຳລັບປະເທດເພື່ອນມິດລາວ, ເມື່ອພົບປະກັບທ່ານພົນຈັດຕະວາ  ກັນໄຍ ໄຊຍະສິດ, ຫົວໜ້າກອງບັນຊາການທະຫານແຂວງອັດຕະປື ແລະໄດ້ຟັງທ່ານເລົ່າເລື່ອງກ່ຽວກັບການລຳລຽງທັນຍາຫານ, ຢາປົວພະຍາດໃຫ້ທະຫານຫວຽດນາມ ໃນໄລຍະຕໍ່ສູ້ຕ້ານອາເມລິກາ, ພວກເຮົາໃຜໆກໍ່ຮູ້ສຶກສະເທືອນໃຈ ແລະເຂົ້າໃຈຢ່າງເລິກເຊິ່ງວ່າ, ຄວາມສາມັກຄີ, ມິດຕະພາບຫວຽດນາມ-ລາວ ແມ່ນເລີ່ມມາຈາກອາລົມຈິດ, ເຈດຈໍານົງຂອງປະຊາຊົນແຕ່ລະຄົນ.

ປະຈຸບັນ, ຢູ່ບ້ານດັກບາ (ດັກຢຸກ, ຫງອກໂຮ່ຍ, ກອນຕູມ) ມີ 205 ຄອບຄົວດ້ວຍປະຊາກອນເກືອບ 1.000 ຄົນ ແມ່ນຊາວເຜົ່າແຢ໊ຈຽງ ແລະຄົນລາວໄດ້ດໍາລົງຊີວິດຮ່ວມກັນຢ່າງປອງດອງ. ກໍ່ສ້າງບ້ານເປັນເຂດຊຸມຊົນແບບຢ່າງຂອງແຂວງກອນຕູມ ນີ້ແມ່ນສັນຍາລັກອັນດີງາມກ່ຽວກັບຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

ທ່ານ ຫງວຽນວັນຮວ່າ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກອນຕູມ, ໃຫ້ຮູ້ວ່າ: “ແຂວງກອນຕູມ ມີເສັ້ນຊາຍແດນຕິດກັບແຂວງເຊກອງ ແລະແຂວງອັດຕະປື ຍາວກວ່າ 140 ກິໂລແມັດ ແລະຕິດກັບແຂວງ Ratanakiri ຍາວເກືອບ 140 ກິໂລແມັດ. ໃນການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ, ອໍານາດການປົກຄອງ, ປະຊາຊົນແຂວງກອນຕູມ ພ້ອມກັບແຂວງເຊກອງ, ແຂວງອັດຕະປື ແລະແຂວງ Ratanakiri ຍາມໃດກໍ່ສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອສໍາເລັດພາລະກໍາປົດປ່ອຍຊົນຊາດ, ປົດປ່ອຍປະເທດຊາດ. ໃນ 5 ປີທີ່ຜ່ານມາ, ແຂວງກອນຕູມ ໄດ້ໜູນຊ່ວຍແຂວງເຊກອງ, ແຂວງອັດຕະປື ແລະແຂວງ Ratanakiri ກໍ່ສ້າງໂຮງຮຽນ, ໂຮງໝໍ... ມີມູນຄ່າກວ່າ 16 ຕື້ດົ່ງ. ແຂວງເຊກອງ, ແຂວງອັດຕະປື ແລະແຂວງ Ratanakiri ກໍ່ໜູນຊ່ວຍແຂວງກອນຕູມ ໃນຫຼາຍດ້ານ, ພິເສດແມ່ນໃນການປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນ; ຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ...”.

leftcenterrightdel
ການນໍາ ແລະກໍາລັງປ້ອງກັນຊາຍແດນແຂວງກອນຕູມ, ແຂວງອັດຕະປື, ແຂວງເຊກອງ, ແຂວງ Rattnakiri ປູກຕົ້ນໄມ້ມິດຕະພາບຢູ່ທາງສາມແຍກຊາຍແດນຫວຽດນາມ-ລາວ-ກໍາປູເຈຍ. ພາບ: ຫງວຽນແອງເຊີນ.

ຄວາມສາມາດບົ່ມຊ້ອນໃນການຮ່ວມມື, ພັດທະນາ

ແຂວງກອນຕູມ ແມ່ນແຂວງນອນໃນເຂດສາມຫຼ່ຽມພັດທະນາກໍາປູເຈຍ-ຫວຽດນາມ-ລາວ, ມີທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືກັບບັນດາແຂວງຂອງປະເທດເພື່ອນມິດເພື່ອພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພຢູ່ເຂດຊາຍແດນ.  ນັບແຕ່ປີ 2011 ມາຮອດປະຈຸບັນ, ແຂວງກອນຕູມ ໄດ້ເປັນເຈົ້າການເຊັນຂໍ້ຕົກລົງສາກົນພາຍໃຕ້ຮູບແບບ “ບົດບັນທຶກຊ່ວຍຈໍາ” ກວ່າ 30 ສະບັບ ແລະຈັດຕັ້ງການພົບປະແລກປ່ຽນ, ກອງປະຊຸມເພີ່ມທະວີການຮ່ວມມືພັດທະນາສໍາເລັດຜົນ. ໃນເກືອບ 8 ປີຜ່ານມາໄດ້ມີຜູ້ເຂົ້າ, ອອກເມືອງກວ່າ 2,5 ລ້ານເທື່ອຄົນ; ວົງເງິນນໍາເຂົ້າ, ສົ່ງອອກສິນຄ້າຜ່ານຊາຍແດນບັນລຸໄດ້ 1 ຕື້ 191 ລ້ານໂດລາສະຫະລັດ; ລວມຍອດລາຍຮັບງົບປະມານໃນບໍລິເວນບັນລຸ 1.340 ຕື້ດົ່ງ. ປະຈຸບັນມີ 3 ວິສາຫະກິດຂອງແຂວງກອນຕູມ ໄດ້ອອກໃບອະນຸຍາດປະຕິບັດ 4 ໂຄງການລົງທຶນຢູ່ບັນດາແຂວງຂອງກໍາປູເຈຍ ດ້ວຍທຶນຈົດທະບຽນທັງໝົດປະມານ 1.034 ຕື້ດົ່ງ ແລະ 2 ວິສາຫະກິດດ້ວຍ 2 ໂຄງການພວມລົງທຶນ, ຮ່ວມມືດໍາເນີນທຸລະກິດຢູ່ລາວ ດ້ວຍທຶນຈົດທະບຽນທັງໝົດປະມານ 747 ຕື້ດົ່ງ.

ທ່ານ ເລັດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື ໃຫ້ຮູ້ວ່າ: “ສາຍພົວພັນຮ່ວມມືລະຫວ່າງແຂວງອັດຕະປື ກັບແຂວງກອນຕູມ ແມ່ນຮອບດ້ານ ແລະມີປະສິດທິຜົນທີ່ສຸດ. ບໍ່ພຽງແຕ່ພ້ອມກັນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງຢູ່ຊາຍແດນເທົ່ານັ້ນ, ຫາກຍັງຊຸກຍູ້ການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນອີກດ້ວຍ. ຫຼາຍໂຄງການເສດຖະກິດ-ສັງຄົມໃນບໍລິເວນແຂວງອັດຕະປື ໄດ້ຮັບການໜູນຊ່ວຍຢ່າງມີປະສິດທິຜົນຈາກລັດຖະບານຫວຽດນາມ ແລະແຂວງກອນຕູມ.

ຕາມບັນດານັກຊ່ຽວຊານແລ້ວ, ເພື່ອໃຫ້ແຂວງກອນຕູມ ແລະບັນດາແຂວງຂອງປະເທດເພື່ອນມິດຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນ, ພິເສດແມ່ນໃນການປະຕິບັດຂໍ້ຕົກລົງເຂດສາມຫຼ່ຽມພັດທະນາກໍາປູເຈຍ-ຫວຽດນາມ-ລາວ, ຄວນປະຕິບັດບັນດາມາດຕະການຢ່າງຄົບຊຸດ, ຄື: ປະຕິບັດການວາງແຜນສັງລວມເຂດສາມຫຼ່ຽມພັດທະນາຢ່າງຂ້ຽວຂາດ; ບຸລິມະສິດແຫຼ່ງກໍາລັງເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ, ຕະຫຼາດຊາຍແດນ, ຕະຫຼາດດ່ານສາກົນ...

ໂດຍ: ແສງພະຈັນ