ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາໝາກຜົນ 1 ປີ ແຫ່ງການປະຕິບັດວຽກງານສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດ ແລະອາດຊະຍາກໍາຂ້າມຊາດ, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນຕີ ຮວ່າງຊວນຈ໋ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ແລະທ່ານຈອມພົນ Dam Vuthy, ຮອງຫົວໜ້າກົມໃຫຍ່ຕໍາຫຼວດແຫ່ງຊາດ (ກະຊວງພາຍໃນລາຊະອານາຈັກກໍາປູເຈຍ) ລົງນາມໃນບົດບັນທຶກການພົບປະເຈລະຈາ. ພາບ: ຮວ່າງແອງ.

ສອງຝ່າຍເຫັນດີເປັນເອກະພາບໃນປີ 2019 ຈະສືບຕໍ່ເພີ່ມທະວີການສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ, ປະຕິບັດການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການອາດຊະຍາກໍາເປັນຢ່າງດີ, ຕໍ່ສູ້ໃນບັນດາຄະດີ, ຈັດການປາບປາມອາດຊະຍາກໍາ, ພ້ອມທັງສົມທົບກັນກໍາແໜ້ນ, ແກ້ໄຂຢ່າງທັນການ, ບໍ່ໃຫ້ເກີດບັນດາເຫດການສັບສົນຢູ່ເຂດຊາຍແດນ, ດ່ານຊາຍແດນສອງປະເທດ; ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍ, ຝຶກຊ້ອມຕ້ານການຈະລາຈົນ, ການກໍ່ການຮ້າຍ ກໍ່ຄືຊອກຫາ, ກູ້ໄພກູ້ຊີບໄພພິບັດຢູ່ເຂດດ່ານຊາຍແດນ, ຊາຍແດນ. ສອງຝ່າຍກໍ່ເຫັນດີສືບຕໍ່ຈັດຕັ້ງການໂຄສະນາເຖິງປະຊາຊົນຢູ່ເຂດຊາຍແດນປະຕິບັດບັນດາສັນຍາ, ຂໍ້ຕົກລົງທີ່ກ່ຽວຂ້ອງລະຫວ່າງສອງປະເທດເປັນຢ່າງດີ; ເພີ່ມທະວີການຄຸ້ມຄອງການເຄື່ອນໄຫວການເຂົ້າອອກເມືອງຜ່ານຊາຍແດນ.

ໂດຍ: ທູຈາງ