ຊຸດຝຶກອົບຮົມໄດ້ຈັດຕັ້ງແຕ່່ວັນທີ 12 ພະຈິກ ຫາວັນທີ 10 ທັນວາ 2018 ເພື່ອແນໃສ່ບຳລຸງຄວາມຮູ້, ຍົກສູງລະດັບ ແລະວິທີການຄົ້ນຄວ້າໃຫ້ນາຍທະຫານຄົ້ນຄວ້າຂັ້ນຍຸດທະສາດຂອງກອງທັບລາດຊະວົງກຳປູເຈຍ.

leftcenterrightdel
ທ່ານພົນຈັດຕະວາ ຮ່ວາງກີ່ເລີນ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະນາຍທະຫານຄົ້ນຄວ້າຍຸດທະສາດກອງທັບລາດຊະວົງກຳປູເຈຍ. ພາບ: baoquankhu4.com.vn.

ໃນໄລຍະ 1 ເດືອນ, ບັນດານາຍທະຫານກອງທັບລາດຊະວົງກຳປູເຈຍ ໄດ້ຮ່ຳຮຽນ, ຄົ້ນຄ້ວາທິດສະດີ 10 ຫົວເລື່ອງສະເພາະກ່ຽວກັບຍຸດທະສາດການທະຫານ, ຄົ້ນຄວ້າຕົວຈິງທີ່ບາງກົມກອງສັງກັດທະຫານເຂດ 4... ກ່າວຄຳເຫັນທີ່ພິທີອັດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ຮ່ວາງກີ່ເລີນ, ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ຕີລາຄາວ່າ, ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄູສອນ, ນັກສຳມະນາກອນ ແລະບັນດາອົງການຮັບປະກັນ,  ຊຸດຝຶກອົບຮົມໄດ້ສຳເລັດໜ້າທີ່ທີ່ໄດ້ວາງອອກ, ຮັບປະກັນຖືກຕາມແຜນການ ແລະບັນລຸຄຸນນະພາບສູງ. ທ່ານພົນຈັດຕະວາ ຮ່ວາງກີ່ເລີນ ຫວັງວ່າ, ຜ່ານໄລຍະຝຶກອົບຮົມຢູ່ຫວຽດນາມ, ບັນດານາຍທະຫານກອງທັບລາດຊະວົງກຳປູເຈຍ ຈະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຄົ້ນຄວ້າ, ຮ່ຳຮຽນຢ່າງມີຫົວຄິດປະດິດສ້າງເພື່ອສຳເລັດໜ້າທີ່ຮັບຜິດຊອບ ເຊິ່ງໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທູຮັ່ງ