leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານ Gabor Iklody. ພາບ: ຮ່ວາງຫວູ.

ທ່ານ Gabor Iklody ຖືວ່າ, ອີຢູ ແລະຫວຽດນາມ ສາມາດຍູ້ແຮງການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ ແລະໃນການພົວພັນລະຫວ່າງອີຢູ ກັບອາຊຽນ, ເປັນຕົ້ນແມ່ນເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020. ທ່ານກໍ່ເນັ້ນໜັກວ່າ ອີຢູ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ກັບຫວຽດນາມ, ທ່ານ Gabor Iklody ຖືວ່າ, ຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດນີ້ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນການບໍາລຸງສ້າງ, ໜູນຊ່ວຍດ້ານເຕັກນິກ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານ Gabor Iklody ພ້ອມດ້ວຍພະນັກງານຂອງກະຊວງປ້ອງກັນປະເທດຫວຽດນາມ ແລະສະມາຊິກໃນຄະນະກົມຄວບຄຸມວິກິດການ ແລະແຜນການຂອງອີຢູ. ພາບ: ຮ່ວາງຫວູ.

ສ່ວນທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ, ອີຢູ ໜູນຊ່ວຍກອງທັບຫວຽດນາມໃນຂົງເຂດຮັກສາສັນຕິພາບຂອງສປຊ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານເປັນຢ່າງດີ. ທ່ານພົນໂທ ຟານວັນຢາງ ຫວັງວ່າທຸກຂັ້ນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ຍູ້ແຮງຄວາມຄືບໜ້າປຶກສາຫາລືເພື່ອແນໃສ່ກຳນົດເນື້ອໃນ ຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ອີຢູ ໃນໄລຍະຈະມາເຖິງຢ່າງລະອຽດ.

ໂດຍ: ທູຈາງ