ກ່າວຄຳເຫັນທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈິວີ້ງ ຫວັງວ່າການເຈລະຈາຄັ້ງນີ້ຈະປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ຕາງໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ສ.ເກົາຫຼີ, ທ່ານ Suh Choo Suk ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາໃນຫຼາຍຂົງເຂດ; ຖືວ່າການເຈລະຈາແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງສອງກະຊວງປ້ອງກັນປະເທດເວົ້າສະເພາະ ກໍ່ຄືລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ ເວົ້າລວມ.

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ແລະ ທ່ານ Suh Choo Suk ທີ່ການເຈລະຈາ. ພາບ: ມີງເງິນ.

ທີ່ການເຈລະຈາຄັ້ງທີ 7, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບປ້ອງກັນຄວາມສະຫງົບຢູ່ໃນໂລກ, ພາກພື້ນ ແລະບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ຕີລາຄາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນບາງຂົງເຂດທີ່ພົ້ນເດັ່ນ.

leftcenterrightdel
ສອງຝ່າຍຖ່າຍຮູຍເປັນທີ່ລະນຶກ ພາຍຫຼັງສິ້ນສຸດການເຈລະຈາ. ພາບ: ມີງເງິນ.

ສອງຝ່າຍເຫັນດີເປັນເອກະພາບນໍາກັນໃນໄລຍະຈະມາເຖິງສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນສຸມໃສ່ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບຂອງສະຫະປະຊາຊາດ, ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ ຄື: ADMM+, ARF, EAF, ການເຈລະຈາ Shang-ri La, ການເຈລະຈາ Seoul...

ໂດຍ: ທູຮັ່ງ