ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນການຮ່ວມມືຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນ  ແລະດ່ານຊາຍແດນປະເທດລາວ-ຫວຽດນາມ  ແລະບົດບັນທຶກກອງປະຊຸມຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ  ຄັ້ງທີ XXVII ໃນໜຶ່ງປີຜ່ານມາ,  ເຊິ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ  ແລະດ້ານຫຍໍ້ທໍ້ຕ່າງໆກ່ຽວກັບວຽກງານການຄຸ້ມຄອງຊາຍແດນ,  ການພັດທະນາເສດຖະກິດ,  ການຄ້າ, ວັດທະນະທຳ  ແລະທ່ອງທ່ຽວຊາຍແດນ.  ພ້ອມນີ້ຍັງມີການທົບທວນການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ,  ການເຮັດທົດລອງການກວດກາ "ປະຕູດຽວ-ຢຸດເທື່ອດຽວ"  ຢູ່ດ່ານສາກົນແດນສະຫວັນ-ລາວບາວ,  ລວມທັງການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍ ຕັ້ງພູມລຳເນົາຕາມລຳພັງໃຈ ແລະສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: kpl.gov.la.

ສອງຝ່າຍໄດ້ຕີລາຄາສູງຕໍ່ການປະຕິບັດຫນ້າທີ່ຂອງອົງການຊາຍແດນ  ແລະເຈົ້າຫນ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ເຊິ່ງເປັນການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມທະວີສາຍພົວພັນ  ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການ ຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ.  ທັງນີ້ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ,  ມິດຕະພາບ ແລະການຮ່ວມມືພັດທະນາແບບຍືນຍົງຕະຫລອດການ.

ຄະນະຜູ້ແທນຊາຍແດນລາວ-ຫວຽດນາມ  ຍັງໄດ້ເປັນເອກະພາບກັນວາງທິດທາງແຜນການປະຕິບັດວຽກງານໃນຕໍ່ຫນ້າກ່ຽວກັບວຽກງານຄຸ້ມຄອງຊາຍແດນລະຫວ່າງສອງປະເທດໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາເສັ້ນຊາຍແດນ  ແລະຫລັກໝາຍຊາຍແດນສອງປະເທດໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິປະໄຕ ແລ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ.  ພ້ອມນີ້ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ,  ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຍາຍຕົວ,  ຂຶ້ນແຜນຍຸດທະສາດ ແລະພັດທະນາດ່ານ ແຕ່ນີ້ຮອດປີ 2025 ແລະວິໄສທັດຮອດປີ 2035;  ເພີ່ມທະວີການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບລັດຖະບານວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ  ແລະສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມ  ໃຫ້ບັນລຸຕາມເປົ້ທໝາຍທີ່ວາງໄວ້.

ຂ່າວ: ສົມຫວັງ ພາຍອ່າຍຄຳ