ຢູ່ປັກກິ່ງ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ Miaohua,  ຫົວໜ້າກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ, ດໍາເນີນການພົບປະເຈລະຈາກັບທ່ານພົນຕີ Liu Dewei, ຮອງຫົວໜ້າກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ.

ທີ່ການພົບປະ, ທ່ານພົນໂທ Miaohua ຖືວ່າ, ສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາໄດ້ພັດທະນາຢ່າງບໍ່ຢຸດຢ້ັງ, ໃນນັ້ນມີການຮ່ວມມືລະຫວ່າງກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ ກັບກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ເຂົ້າຢ້ຽມຂໍ່ານັບທ່ານພົນໂທ Miaohua,  ຫົວໜ້າກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ. ພາບ: ນາມຮຸ່ງ.

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ໄດ້ລາຍງານກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍວຽກງານຕໍ່ສູ້, ປ້ອງກັນ ແລະຕ້ານ “ການຫັນປ່ຽນໂດຍສັນຕິ” ຢູ່ຫວຽດນາມ ແລະສະແດງຄວາມປາດຖະໜາວ່າສອງອົງການຂອງສອງກອງທັບ ຈະມີກົນໄກຮ່ວມມືແລກປ່ຽນບົດຮຽນ, ພົບປະແລກປ່ຽນສື່ມວນຊົນ, ການສຶກສາບໍາລຸງສ້າງຫຼາຍຢ່າງກວ່າອີກ...

ທີ່ການພົບປະເຈລະຈາກັບທ່ານພົນຕີ Liu Dewei, ຄະນະຜູ້ແທນຈີນ ໄດ້ນຳສະເໜີບັນດາທັດສະນະ, ສະພາບການ, ທ່າອ່ຽງ, ບົດຮຽນ, ວິທີການປະຕິບັດໃນການປ້ອງກັນ ແລະຕ້ານ “ການຫັນປ່ຽນໂດຍສັນຕິ”, ໃນນັ້ນສຸມໃສ່ບັນດາເນື້ອໃນ: ວຽກງານສຶກສາດ້ານການເມືອງແນວຄິດ, ຄຸ້ມຄອງການນໍາໃຊ້ເຄືອຂ່າຍອິນເຕີແນັດ...

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ. ພາບ: ນາມຮຸ່ງ.

ຄະນະຜູ້ແທນຫວຽດນາມ ໄດ້ນຳສະເໜີແຜນນະໂຍບາຍ ແລະການປະຕິບັດໜ້າທີ່ຕໍ່ສູ້, ປ້ອງກັນ ແລະຕ້ານການຫັນປ່ຽນໂດຍສັນຕິ ແລະບັນດາບົດຮຽນ, ວິທີການເຮັດວຽກ, ໃນນັ້ນສຸມໃສ່ບັນດາເນື້ອໃນ: ວຽກງານກໍ່ສ້າງຄຸນນະທາດດ້ານການເມືອງ, ມາດຕະການຄຸ້ມຄອງການສື່ສານ, ເພີ່ມທະວີວຽກງານໂຄສະນາ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ນາມຮຸ່ງ.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຄວນເພີ່ມທະວີການຮ່ວມມືໃນການເຄື່ອນໄຫວພົບປະແລກປ່ຽນໃນທຸກຂົງເຂດ, ສື່ມວນຊົນ, ໂຄສະນາ, ການສຶກສາບໍາລຸງສ້າງ, ວັດທະນະທໍາສິລະປະກວ່າອີກ... ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກົມວຽກງານການເມືອງ ຄະນະພັກການທະຫານສູນກາງຈີນ ກັບກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

ໂດຍ: ທູຈາງ