ຄະນະຫວຽດນາມໂດຍທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະ. ຄະນະຈີນ ໂດຍທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເປັນຫົວໜ້າຄະນະ.

ພິທີຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ດ່ານຊາຍແດນ Shuikou ໄດ້ດໍາເນີນຢ່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ຢູ່ທີ່ນີ້, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ ແລະເປັນສັກຂີພິຍານການລາດຕະເວນຮ່ວມບົນແມ່ນ້ຳ.

ລາຍການພົບປະແລກປ່ຽນດຳເນີນຢູ່ ຈີນ ໃນວັນທີ 19 ພະຈິກ ລວມມີບັນດາການເຄື່ອນໄຫວ: ຢ້ຽມຢາມກອງຮ້ອຍປ້ອງກັນຊາຍແດນ ແລະໂຮງຮຽນເທດສະບານເມືອງ Shuikou; ຢ້ຽມຊົມອະນຸສອນສະຖານປະທານ ໂຮ່ຈິມິນ ຢູ່ແຂວງກວາງຊິ, ຈີນ; ພົບປະເຈລະຈາ ແລະສະຫຼຸບ 5 ປີ ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ.

ພາຍຫຼັງສິ້ນສຸດງານພົບປະແລກປ່ຽນຢູ່ແຂວງກວາງຊີ (ຈີນ), ຕອນເຊົ້າວັນທີ 20 ພະຈິກ ຈະດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນຢູ່ແຂວງກາວບັ່ງ.

leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ແລະບັນດາສະມາຊິກຄະນະຫວຽດນາມເຄົາລົບຫຼັກໝາຍຊາຍແດນອະທິປະໄຕແຫ່ງຊາດທີ່ດ່ານຊາຍແດນຕ່າລຸ່ງ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນໂທ Wei Fenghe ຕ້ອນຮັບທ່ານພົນເອກ ໂງຊວນລິກ. ພາບ: ຈ້ອງຫາຍ.
leftcenterrightdel
ລັດຖະມົນຕີສອງທ່ານປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ແລະທ່ານລັດຖະມົນຕີ Wei Fenghe ຖ່າຍຮູບລວມຢູ່ຫຼັກໝາຍຊາຍແດນເລກທີ 943. ພາບ: ຈ້ອງຫາຍ.
leftcenterrightdel
ກຳລັງປ້ອງກັນຊາຍແດນຂອງສອງປະເທດລາດຕະເວນຮ່ວມບົນແມ່ນ້ຳ. ພາບ: ແອງຫວູ.

ໂດຍ: ວຽງຄຳ