ທີ່ການຕ້ອນຮັບ, ທ່ານພົນເຮືອຈັດຕະວາ ເລືອງຫວຽດຮຸ່ງ, ຮອງຜູ້ບັນຊາການທະຫານເຮືອຫວຽດນາມ ເນັ້ນໜັກວ່າ, ກອງບັນຊາການທະຫານເຮືອມີຄວາມພາກພູມໃຈທີ່ສຸດເມື່ອໄດ້ຕ້ອນຮັບຄະນະມາຄົ້ນຄວ້າຕົວຈິງຢູ່ເຫຼົ່າທັບທະຫານເຮືອເພື່ອມີຄວາມຮູ້ຕື່ມກ່ຽວກັບປະຫວັດສາດຂອງທະຫານເຮືອປະຊາຊົນຫວຽດນາມ, ສາຍພົວພັນມິດຕະພາບລະຫວ່າງສອງລັດ, ສອງກອງທັບ. ບົນພື້ນຖານນັ້ນ, ບັນດານັກສຳມະນາກອນຕັ້ງໜ້າກໍ່ສ້າງ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ຄະນະນັກສຳມະນາກອນກອງທັບລາດຊະວົງກຳປູເຈຍ ຢ້ຽມຢາມ ແລະຊອກຮູ້ມູນເຊື້ອຂອງທະຫານເຮືອປະຊາຊົນຫວຽດນາມ. ພາບ: ຢຸຍແຄ໋ງ.

ທ່ານພົນຈັດຕະວາ Chan Vuthy ຢືນຢັນວ່າ, ໃນແຕ່ລະປີ, ກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະທະຫານເຮືອປະຊາຊົນຫວຽດນາມ ເວົ້າສະເພາະໄດ້ຊ່ວຍເຫຼືອກອງທັບລາດຊະວົງກຳປູເຈຍ ຫຼາຍຢ່າງໃນບັນດາຂົງເຂດ ຄື: ທະຫານເຮືອ, ທະຫານອາກາດ; ການບຳລຸງສ້າງພະນັກງານໄລຍະສັ້ນ, ໄລຍະຍາວ; ໜູນຊ່ວຍກໍ່ສ້າງພື້ນຖານດ້ານວັດຖຸໃຫ້ກອງທັບລາດຊະວົງກຳປູເຈຍ... ນັ້ນແມ່ນພະຍານຫຼັກຖານໃຫ້ແກ່ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງກອງທັບ.

ໂດຍ: ແສງເດືອນ