ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ ແລະທະຫານອາກາດລາດຊະວົງໄທ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມປາດຖະໜາວ່າສອງກໍາລັງຈະຊຸກຍູ້ບັນດາເນື້ອໃນການຮ່ວມມືກວ່າອີກ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເອກ Chaiyapruk Didyasarin. ພາບ: ຮວ່າງຫວູ.

ສ່ວນທ່ານພົນເອກ Chaiyapruk Didyasarin ຕີລາຄາການພົວພັນຮ່ວມມືລະຫວ່າງທະຫານອາກາດລາດຊະວົງໄທ ແລະເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ໃນໄລຍະຜ່ານມານັບມື້ນັບເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນຂົງເຂດແລກປ່ຽນຄະນະ, ການບໍາລຸງສ້າງ. ທ່ານ ພົນເອກ Chaiyapruk Didyasarin ຖືວ່າ, ການຮ່ວມມືລະຫວ່າງກອງທັບໄທ ແລະຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເຊິ່ງແມ່ນເສົາຄໍ້າສໍາຄັນຂອງປະຊາຄົມອາຊຽນ.

ໂດຍ: ທູຈາງ