ນັກຂ່າວ: ຂໍໃຫ້ທ່ານ ຫງວຽນຈີ໊ວິ້ງ ໃຫ້ຮູ້ກ່ຽວກັບການພົວພັນຕ່າງປະເທດຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືຢູ່ເຂດຊາຍແດນໄດ້ກາຍເປັນຈຸດພົ້ນເດ່ັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຈີນ, ການເຄື່ອນໄຫວນີ້ຄວນປັບປຸງຄືແນວໃດເພື່ອນຳມາເຊິ່ງປະສິດທິຜົນແທດຈິງກວ່າ?

leftcenterrightdel
ກຳລັງປ້ອງກັນຊາຍແດນຂອງຫວຽດນາມ ແລະຈີນ ລາດຕາເວນສອງຝ່າຍ. ພາບ: ຈ້ອງຫາຍ.

ທ່ານພົນໂທ ຫງວຽນຈີ໊ວິ້ງ:  ສິ່ງສຳຄັັນທີ່ສຸດແມ່ນຕ້ອງຮັກສາບັນດາການເຄື່ອນໄຫວນີ້ໄວ້. ຢາກຮັກສາຕ້ອງມີການກຳນົດຢ່າງຈະແຈ້ງວ່າແຕ່ລະງານພົບປະແລກປ່ຽນລ້ວນແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງຫວຽດນາມ ແລະຈີນ; ນັ້ນແມ່ນຜົນປະໂຫຍດທີ່ມີ ຄວາມສຳຄັນຕໍ່ກັບການພົວພັນລະຫວ່າງສອງປະເທດ, ຜົນປະໂຫຍດຕໍ່ການພົວພັນຮ່ວມມືລະຫວ່າງສອງກອງທັບ ແລະຜົນປະໂຫຍດໃຫ້ເຂດຊາຍແດນ.

ໃນງານພົບປະແລກປ່ຽນກ່ຽວກັບເຂດຊາຍແດນນັ້ນເນື້ອໃນສຳຄັນທີ່ສຸດແມ່ນແລກປ່ຽນເພື່ອແນໃສ່ຍົກອອກບັນດາຂໍ້ລິເລີ່ມ, ກົດລະບຽບ ແລະບັນດາການກະທຳລະອຽດ, ຈາກນັ້ນຊ່ວຍໃຫ້ການຄຸ້ມຄອງ ແລະກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ, ທັງຖືກຕ້ອງຕາມກົດໝາຍ, ທັງມີຄວາມຮັບປະກັນໃຫ້ແກ່ອຳນາດອະທິປະໄຕຂອງແຕ່ລະປະເທດ, ທັງສ້າງເງື່ອນໄຂດີກວ່າໃຫ້ແກ່ປະຊາຊົນທີ່ຢູ່ເຂດຊາຍແດນຂອງສອງປະເທດທຳມາຫາກິນ, ດຳລົງຊີວິດອີກດ້ວຍ.

ໃນຊຸມປີໝໍ່ໆມານີ້, ບັນດາການພົບປະແລກປ່ຽນລ້ວນແຕ່ບັນລຸໄດ້ເປົ້າໝາຍດັ່ງກ່າວ ແລະໃນຊຸມປີຈະມາເຖິງພວກເຮົາພ້ອມກັບຝ່າຍ ຈີນ ຈະມານະພະຍາຍາມມຸ່ງໄປເຖິງບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງກວ່າ.

ນັກຂ່າວ: ແມ່ນຜູ້ເຂົ້າຮ່ວມການວາງແຜນ ແລະເຂົ້າຮ່ວມບັນດາງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ, ຕາມທ່ານແລ້ວ, ພວກເຮົາຖອດຖອນໄດ້ບົດຮຽນໃດແດ່ຜ່ານການຈັດຕັ້ງມາ 4 ຄັ້ງ ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ບົດຮຽນໃຫຍ່ທີ່ສຸດແມ່ນປະເທດຢາກມີຄວາມໝັ້ນຄົງ, ມີຄວາມສະຫງົບສຸກ ແລະປົກປັກຮັກສາໄດ້ອຳນາດອະທິປະໄຕນັ້ນຕ້ອງມີເສັ້ນຊາຍແດນທີ່ມີສະຖຽນລະພາບ, ມີການພັດທະນາ. ເສັ້ນຊາຍແດນບໍ່ພຽງແຕ່ມີຄວາມໝາຍດ້ານນິຕິກຳເທົ່ານັ້ນ, ຫາກຍັງຕ້ອງແມ່ນຈຸດເລີ່ມຕົ້ນໃຫ້ທຸກການເຄື່ອນໄຫວຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ນັບແຕ່ດ້ານການເມືອງ, ເສດຖະກິດ, ສັງຄົມຕະຫຼອດຮອດດ້ານວັດທະນະທຳ...

ຍ້ອນເຫດນັ້ນ, ການເອົາໃຈໃສ່ປົກປັກຮັກສາຊາຍແດນແມ່ນແຜນນະໂຍບາຍຖືກຕ້ອງທີ່ສຸດຂອງພັກ ແລະລັດຫວຽດນາມ. ຫວັງວ່າລະບົບພື້ນຖານດ້ານວັດຖຸ, ພື້ນຖານໂຄງລ່າງ, ການດຳລົງຊີວິດຂອງປະຊາຊົນ, ບັນດາກົນໄກຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າອີກ, ເມື່ອນັ້ນ, ຊາຍແດນຂອງພວກເຮົາຈະນັບມື້ນັບໝັ້ນຄົງເຂັ້ມແຂງ ແລະມີສັນຕິພາບກວ່າ.

ນັກຂ່າວ: ໃນໄລຍະຜ່ານມາ, ການພົວພັນຫວຽດນາມ - ຈີນ ໄດ້ພັດທະນາຢ່າງຕັ້ງໜ້າ. ກອງທັບສອງປະເທດຕ້ອງເຮັດຫຍັງແດ່ເພື່ອປະກອບສ່ວນຊຸກຍູ້ສາຍພົວພັນນີ້ໃຫ້ພັດທະນາຢ່າງປອດໃສ, ໝັ້ນຄົງ ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ກ່ອນອື່ນໝົດ, ທັງຫວຽດນາມ ແລະຈີນ ຕ້ອງຮັບຮູ້ວ່າສັນຕິພາບ, ສະຖຽນລະພາບຂອງປະເທດນີ້ກໍ່ແມ່ນຜົນປະໂຫຍດຂອງປະເທດອື່ນ.  ສະນັ້ນ, ຢາກເພີ່ມທະວີການພົວພັນສອງຝ່າຍກ່ຽວກັບດ້ານປ້ອງກັນຊາດນັ້ນຕ້ອງເພີ່ມ ທະວີການຮ່ວມມືຢ່າງແທດຈິງ. ໃນການພົວພັນກັບຕ່າງປະເທດເວົ້າລວມ ແລະການພົວພັນກັບຈີນ  ເວົ້າສະເພາະ, ພວກເຮົາໄດ້ວາງອອກບັນດາທັດສະນະ, ແນວທາງສຳຄັນທີ່ສຸດ, ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ.

ແຕ່ວ່າລະຫວ່າງຫວຽດນາມ ແລະ ຈີນ ຍັງມີບັນຫາຄົງຄ້າງກ່ຽວກັບທະເລຕາເວັນອອກ. ນີ້ແມ່ນຕົວຈິງ ແລະພວກເຮົາກໍ່ໄດ້ຕັ້ງບັນຫາທະເລຕາເວັນອອກເຂົ້າໃນການພົວພັນລວມຂອງສອງປະເທດ. ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ສຸດແມ່ນຕ້ອງແລກປ່ຽນຢ່າງກົງໄປກົງມາ, ບໍ່ຫຼີກລ້ຽງບັນຫານີ້. ພວກເຮົາຕ້ອງເຫັນດີເປັນເອກະພາບຢ່າງແທດຈິງ, ຄົບຖ້ວນ, ມີຄວາມຕື່ນຕົວໃນການປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳສອງພັກ, ນັ້ນແມ່ນແກ້ໄຂທຸກບັນຫາດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະບັນດາເອກະສານໄດ້ລົງນາມຄືຖະແຫຼງກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ພ້ອມທັງເຄົາລົບເອກະລາດ, ອຳນາດອະທິປະໄຕຂອງກັນ. ກອງທັບສອງປະເທດຕ້ອງໃຫ້ຄຳໝັ້ນສັນຍາບໍ່ນາບຂູ່ ແລະນຳໃຊ້ກຳລັງອາວຸດ ຫຼືກຳລັງການທະຫານເພື່ອແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ.

ນັກຂ່າວ: ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ, ເພື່ອຍົກສູງຄຸນນະພາບວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຄວນເອົາໃຈໃສ່ເປັນພິເສດເຖິງເລື່ອງສ້າງຖັນແຖວພະນັກງານສະເພາະກິດ. ກ່ຽວກັບການເຄື່ອນໄຫວພົວພັນຕ່າງປະເທດເຂດຊາຍແດນ, ຖັນແຖວພະນັກງານນີ້ໄດ້ ແລະກຳລັງກໍ່ສ້າງຄືແນວໃດ, ຂໍຮຽນທ່ານ ?

ທ່ານພົນໂທ ຫງວຽນຈີ໊ວິ້ງ: ນີ້ກໍ່ແມ່ນໜຶ່ງໃນບັນດາແຜນນະໂຍບາຍຂອງພວກເຮົາແມ່ນຕ້ອງເຮັດແນວໃດ ເພື່ອກໍ່ສ້າງໄດ້ກຳລັງສະເພາະກິດເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດເຂດຊາຍແດນ, ກ່ອນອື່ນໝົດແມ່ນກຳລັງຂອງກະຊວງ ປ້ອງກັນປະເທດລວມມີບັນດາຜູ້ທີ່ເຂົ້າໃຈບັນຫາກໍ່ຄືບັນດາເນື້ອໃນຄວນໄດ້ດຳເນີນກັບປະເທດເພື່ອນມິດ. ທີສອງ, ຖັນແຖວພະນັກງານການຕ່າງປະເທດຂອງທະຫານຊາຍແດນລວມມີບັນດານາຍທະຫານທີ່ເຮັດວຽກຢູ່ປ້ອມປ້ອງກັນຊາຍແດນ, ຕ້ອງແມ່ນບັນດາພະນັກງານມີຄວາມຮູ້ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ.

ໃນງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 3, ຫວຽດນາມໄດ້ຍົກອອກບັນຫາກໍ່ສ້າງຖັນແຖວເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະຮັບໃຊ້ໃຫ້ບັນດາການເຄື່ອນໄຫວພົບປະແລກ ປ່ຽນເຂດຊາຍແດນ, ພ້ອມທັງສະເໜີໃຫ້ ຈີນ ໜູນຊ່ວຍ. ຫຼັງຈາກນັ້ນ, ຝ່າຍຈີນ ໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດາຊຸດບຳລຸງພາສາຈີນ ໃຫ້ທະຫານຊາຍປ້ອງກັນຊາຍແດນຫວຽດນາມ, ຈັດຕັ້ງຊຸດຝຶກອົບຮົມພາສາ ຈີນ ກໍ່ຄືບັນດາບັນຫາກ່ຽວຂ້ອງເຖິງ ວຽກງານພົວພັນຕ່າງປະເທດ...

ນັກຂ່າວ: ຂໍຂອບໃຈທ່ານ!