ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ເນັ້ນໜັກວ່າ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5 ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ການໂອ້ລົມສົນທະນາມິດຕະພາບ, ການພົບປະແລກປ່ຽນວັດທະນະທຳ, ສິລະປະລະຫວ່າງກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສອງຟາກຊາຍແດນ; ພິທີເຄົາລົບຫຼັກໝາຍຊາຍແດນ ແລະການລາດຕະເວນຮ່ວມ; ກອງປະຊຸມປະເມີນຜົນ 5 ປີ “ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ”...

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ແມ່ນການເຄື່ອນໄຫວເພື່ອແນໃສ່ກໍ່ສ້າງອາລົມຈິດມິດຕະພາບ, ຄວາມສາມັກຄີລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນ ແລະກຳລັງປ້ອງກັນຊາຍແດນສອງປະເທດ, ສອງກອງທັບ. ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນສອງປະເທດ, ສອງກອງທັບໃຫ້ພັດທະນາແບບຍືນຍົງ, ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນສອງປະເທດກ່ຽວກັບຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ...

ໂດຍ: ວຽງຄຳ