ເມື່ອເຂົ້າຮ່ວມ ARDEX18, ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານລວມມີສະມາຊິກ 32 ຄົນ ໂດຍກະຊວງກະສິກໍາ ແລະພັດທະນາຊົນນະບົດ ເປັນປະທານ. ກະຊວງປ້ອງກັນປະເທດຫວຽດນາມ ຈັດສົ່ງຄະນະພະນັກງານເຂົ້າຮ່ວມການຝຶກຊ້ອມລວມມີ 22 ສະຫາຍ ຂຶ້ນກັບເຫຼົ່າຮົບຊ່າງແສງ ແລະເຫຼົ່າຮົບເຄມີສາດ.

leftcenterrightdel
ສະມາຊິກໃນຄະນະກອງທັບປະຊາຊົນຫວຽດນາມ ດໍາເນີນການຝຶກຊ້ອມທໍາລາຍຝາຜະໜັງ ເພື່ອກູ້ຊ່ວຍຜູ້ປະສົບເຄາະຮ້າຍ. ພາບ: qdnd.vn.

ການຝຶກຊ້ອມຖືກແບ່ງເປັນ 4  ເນື້ອໃນເຄື່ອນໄຫວຕົ້ນຕໍ: ການຝຶກຊ້ອມໝູນໃຊ້ກົນໄກ, ການຝຶກຊ້ອມໃນຮູບຈໍາລອງ, ການຝຶກຊ້ອມສໍານັກບັນຊາ ແລະການຝຶກຊ້ອມທະຫານແທ້. ກໍາລັງຂອງກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງສາທາລະນະສຸກຈັດສົ່ງກໍາລັງເຄື່ອນທີ່ໄປຮອດເຂດໄພພິບັດເພື່ອໜູນຊ່ວຍອິນໂດເນເຊຍ ຊອກຫາກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ.

ສິ້ນສຸດການຝຶກຊ້ອມ, ປະເທດເຈົ້າພາບອິນໂດເນເຊຍ ໄດ້ມອບສິດຈັດຕັ້ງບັນດາການເຄື່ອນໄຫວ ແລະການຝຶກຊ້ອມ ARDEX 2020 ໃຫ້ແກ່ຜູ້ຕາງໜ້າລັດຖະບານຟີລິບປິນ.

ໂດຍ: ທູຈາງ