ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຮວ່າງກິມຟູ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ, ແຕ່ປີ 2016 ມາຮອດປະຈຸບັນ, ນີ້ແມ່ນຄັ້ງທີ 7 ທີ່ຫວຽດນາມ ແລະຝະລັ່ງສົມທົບກັນຈັດຕັ້ງການເຄື່ອນໄຫວແລກປ່ຽນດ້ານວິຊາສະເພາະກ່ຽວກັບການຮັກສາສັນຕິພາບ. ການແລກປ່ຽນດ້ານວິຊາສະເພາະຄັ້ງນີ້ເພື່ອແນໃສ່ຍົກສູງຄວາມຮູ້, ປະສົບການ, ກໍາລັງຄວາມສາມາດດ້ານວິຊາສະເພາະໃຫ້ແກ່ພະນັກງານ, ພາລະກອນສັງກັດໂຮງໝໍກາງສະໜາມຂັ້ນ 1 ຂອງກອງຊ່າງແສງຮັກສາສັນຕິພາບຫວຽດນາມ.

leftcenterrightdel
ກໍາລັງການແພດທະຫານຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ. ພາບ: dantri.com.vn.

ນອກຈາກເນື້ອໃນແລກປ່ຽນກ່ຽວກັບດ້ານວິຊາສະເພາະ, ສອງຝ່າຍກໍ່ຈະປຶກສາຫາລື, ແບ່ງປັນບົດຮຽນໃນການແກ້ໄຂກໍລະນີທີ່ເກີດຂຶ້ນ, ປິ່ນປົວບາດເຈັບໃນວິວັດການປະຕິບັດໜ້າທີ່; ແລກປ່ຽນທິດທາງຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດລະຫວ່າງຫວຽດນາມ ແລະຝະລັ່ງ ໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ